ບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ມອບມູນຄ່າໂທ ແລະ ດາຕ້າອິນເຕີເນັດ ໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 ຂອງແຂວງ.

ຕອນເຊົ້າ ວັນທີ 19 ພຶດສະພາ 2021 ນີ້, ຢູ່ທີ່ຫ້ອງວ່າການແຂວງບໍລິຄໍາໄຊ, ທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການ ບໍລິສັດ ສະຕາໂທລະຄົມ( ຢູນິເທວ )ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ປະກອບສ່ວນຊຸກຍູ້ມອບ ມູນຄ່າໂທແລະ ດາຕ້າອິນເຕີເນັດ ລວມມູນຄ່າທັງໝົດ 216.896.000 ກີບ, ໃຫ້ 02 ໜ່ວຍງານຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ຂອງແຂວງ ແລະ ແຈກຢາຍໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 ຂອງ 07 ຕົວເມືອງ, ນໍາໃຊ້ເຂົ້າໃນການປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຕາງໜ້າກ່າວຮັບ ແລະ ມອບກຽດຕິຄຸນໂດຍທ່ານ ບຸນເສັງ ປະທຳມະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ຫົວໜ້າຄະນະສະເພາະກິດປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ 02 ຝ່າຍເຂົ້າຮ່ວມເປັນສັກສີພະຍານ.

ທ່ານ ນາງ ດາວວອນ ເພັດສານຸພົນ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈື່ງໄດ້ນໍາເອົາ ມູນຄ່າໂທແລະ ດາຕ້າອິນເຕີເນັດ ລວມມູນຄ່າ216.896.000 ມາມອບໃຫ້ ຄະນະສະເພາະກິດປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ ແລະ 07 ເມືອງພາຍໃນແຂວງ, ໃນນັ້ນຈະມອບໃຫ້ແຕ່ລະໜ່ວຍງານ ຈໍານວນ 24.099.556 ກີບ, ນໍາໃຊ້ຟຮີ ໄລຍະ 08 ເດືອນ, ເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນ ທັນວາ 2021, ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ມີການຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ, ໂອກາດດຽວກັນ ທ່ານ ບຸນເສັງ ປະທຳມະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ກໍ່ໄດ້ກ່າວສະແດງຂອບໃຈ ທາງອໍານວຍການ ບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາ ມູນຄ່າໂທ ແລະ ດາຕ້າອິນເຕີເນັດ ມາມອບໃຫ້ໃນຄັ້ງນີ້, ແລະ ຈະນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເປັນວົງກວ້າງຢູ່ພາຍໃນແຂວງບໍລິຄໍາໄຊ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແນ່ໃສ່ເຮັດໃຫ້ແຂວງບໍລິຄໍາໄຊ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ອວຍພອນໃຫ້ທ່ານພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.

About admin11