ເມືອງປາກຊັນ ເປີດນຳໃຊ້ສູນກັກກັນ ແຮງງານ ແລະ ຜູ້ທີ່ມີກຸ່ມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ 19

      ໃນວັນທີ 20 ພຶດສະພາ 2021 ນີ້ ເມືອງປາກຊັນ ໄດ້ເປີດນຳໃຊ້ສູນກັກກັນ ແຮງງານ ແລະ ແລະ ຜູ້ທີ່ມີກຸ່ມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ 19 ຢູ່ສະໂມສອນ ສູນຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄຳໄຊ ຕັ້ງຢູ່ບ້ານປາກຊັນ ເທດສະບານເມືອງປາກຊັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກລັດແຂວງ, ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ມີຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ  ແລະ ຕາງໜ້າພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.

      ສຳລັບສູນດັ່ງກ່າວ, ແມ່ນໄດ້ມີແຜນການປັບປຸງ, ສ້ອມແປງບ່ອນທີ່ມີການເປເພ ແລະ ຕໍ່ເຕີ່ມ ເພື່ອອຳນວຍຄວາມສະດວກໃນດ້ານຕ່າງໆ ໂດຍການຊ່ວຍເຫຼືອດ້ານງົບປະມານຈຳນວນໜຶ່ງຂອງແຂວງ ແລະ ມີການຊ່ວຍເຫຼືອຂອງອົງການພຸດທະສາດສະໜາແຂວງບໍລິຄຳໄຊ ເປັນຕົ້ນແມ່ນ: ຕຽງນອນ, ເສື່ອນອນ, ເຄື່ອງອຸປະກອນໃຊ້ແຕ່ງກິນ ແລະ ອື່ນໆ.

      ສູນກັນກັນແຫ່ງນີ້ ມີ 2 ຈຸດ , ຈຸດທີ 1 ແມ່ນສະໂມສອນ ບັນຈຸຮັກສາໄລຍະຫ່າງໄດ້ 25 ຕຽງ, ຈຸດທີ 2 ມີ 3 ຫ້ອງ, ບັນຈຸຮັກສາໄລຍະຫ່າງໄດ້ ຫ້ອງລະ 3 ຕຽງ  ເພື່ອຈະນຳໃຊ້ຮອງຮັບກັກກັນແຮງງານ ແລະ ກຸ່ມທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄ 19 ແລະ ຈະໄດ້ເຄື່ອນຍ້າຍຜູ້ກັກກັນອອກຈາກສູນກັກກັນຢູ່ໂຮງຮຽນປະຖົມໄຊມຸງຄຸນ ມາປະຈຳຢູ່ສູນແຫ່ງນີ້  ຕາມມາດຕະການຂອງຄະນະສະເພາະກິດໄດ້ກຳນົດໄວ້ ໃຫ້ຄົບ 14 ວັນ.

        ໄລຍະຜ່ານມາ ເມືອງປາກຊັນ ມີຈຳນວນຜູ້ກັກກັນສະສົມທັງໝົດ 223 ຄົນ, ຍີງ 130 ຄົນ, ຈຳນວນຜູ້ກັກກັນຄົບກຳນົດ 14 ວັນ ທັງໝົດ 192 ຄົນ, ຍີງ 107 ຄົນ ແລະ ຈຳນວນຜູ້ກັກກັນ 1 ຫາ 14 ວັນ ມີ 31 ຄົນ, ຍີງ 23 ຄົນ, ມາຮອດປະຈຸບັນ ຍັງເຫຼືອຈຳນວນຜູ້ກັກກັນສະສົມ 30 ຄົນ.

About admins16