ບໍລິສັດ ທ່ອງທ່ຽວເຈົ້າພູຫໍ ຈຳກັດຜູ້ດຽວ ຈະພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຕາດກັບ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ຕາດນ້ຳກັບ ຢູ່ເຂດບ້ານໜອງເກິນ ແລະ ບ້ານຍອຍໄຮ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ລິນທອງ ສີປະທຸມທອງ ປະທານບໍລິສັດ ທ່ອງທ່ຽວເຈົ້າພູຫໍ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ແມ່ນມີຄວາມຕ້ອງການຢາກສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຕາດກັບ ໃຫ້ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງບໍລິຄຳໄຊ ໃຫ້ມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ເຊິ່ງໃນເບື້ອງຕົ້ນ ການສຳຫຼວດ ຈະມີ 9 ກິດຈະກຳຫຼັກຄື: ບຸກເບີກເສັ້ນທາງເຂົ້າຫາຕາດ, ສ້າງຂົວອູ່ ແລະ ຈັດສັນອຸປະກອນທີ່ປອດໄພທີ່ສຸດ, ສ້າງຮ້ານອາຫານ, ສ້າງເຮືອນພັກບັກກາໂລ 15 ຕູບ, ປັບຈຸດຊົມວິວ ( ແຄມບຶງ ), ສ້າງທາງຍ່າງ, ອອກແບບຫ້ອງນ້ຳໃຫ້ໄດ້ມາດຕະຖານອາຊຽນ, ສ້າງຕະຄ່າຍໄຟຟ້າເຂົ້າຫາຕາດ ແລະ ການສ້າງພະພຸດທະຮູບ. ມູນຄ່າໃນການສຶກສາສໍາຫຼວດປະມານ 40 ລ້ານກີບ ໄລຍະການສຶກສາສຳຫຼວດ ແມ່ນ 6 ເດືອນ ແລະ ຄາດວ່າ ຕົ້ນເດືອນ ມີນາ 2021 ຈະໄດ້ເລີ່ມລົງມືສຳຫຼວດ.

About admins16