ຜູ້ຮັບສະໝັກເລືອກຕັ້ງ ສສຂ ເມືອງບໍລິຄັນ ລົງໂຄສະນາຫາສຽງຢູ່ກອງພັນໃຫຍ່ 642

ໃນວັນທີ 9 ກຸມພາ 2021 ນີ້, ຢູ່ທີ່ສະໂມສອນ ກອງພັນໃຫຍ່ 642 ຜູຮັບສະໝັກເລືອກຕັ້ງ ປະຈໍາເຂດເລືອກຕັ້ງເມືອງບໍລິຄັນ ເຊີ່ງນຳພາໂດຍ ທ່ານ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງບໍລິຄັນ ຜູຮັບສະໝັກເລືອກຕັ້ງນຳ້ເບີ I, ທ່ານ ຄົວເຮີ ໄຟເຊ່ຍ, ທ່ານ ສະພັງທອງ ພົມມະຈັກ, ທ່ານ ນາງ ພິດສະໄໝ ແກ້ວວິເສດ, ທ່ານ ວິລັດ ສຸມີໄຊ ແລະ ທ່ານ ດຣ ກົງວຽງ ໄດ້ລົງພົບປະກັບນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 642, ເປັນກຽດເຂົ້າຮ່ວມມີທ່ານ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ຄໍາໃສ ແພງຄູນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ພ້ອມດ້ວຍຄະນະ, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ສະຫາຍ ພັນໂທ ວັນຄໍາ ສີສົມຈິດ ຫົວໜ້າຂະແໜງໄອຍາການ ທັງເປັນຫົວໜ້າອະນຸກໍາມະການເລືອກຕັ້ງໜ່ວຍທີ່ 40 ກອງພັນໃຫຍ່ 642 ກໍ່ໄດ້ລາຍງານໃນການກະກຽມຄວາມພ້ອມການເລືອກຕັ້ງຢູ່ຂັ້ນໜ່ວຍຂອງຕົນ ແມ່ນມີຄວາມພ້ອມ ເປັນຕົ້ນແມ່ນທາງດ້ານຈໍານວນພົນ ແລະ ຄວາມສະຫງົບເປັນລະບຽບຮຽບຮ້ອຍ; ຫຼັງຈາກນັ້ນ, ຜູ້ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ທັງ 6 ທ່ານ ກໍ່ໄດ້ພັດປ່ຽນກັນຂື້ນແນະນໍາຊີວະປະຫວັດ, ປະຫວັດການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆຂອງຕົນ, ຄວາມມຸ່ງໝັ້ນດ້ານການພັດທະນາ, ຄວາມຮູ້ທາງດ້ານຈັດຕັ້ງຂອງສະພາປະຊາຊົນ ແລະ ເຂົ້າໃຈເລິກເຊີ່ງກັບລະບົບຂອງອົງການນິຕິບັນຢັດໃຫ້ຫຼາຍຂື້ນ.

 

About admin11