ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ມອບຜ້າປິດປາກອະນາໄມ ຈຳນວນ 2.560 ອັນ ໃຫ້ແຂວງບໍລິຄຳໄຊ

ໃນວັນທີ 14 ສິງຫາ 2020 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ, ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ, ບໍລິສັດ China Red Wave international Security Group, ບໍລິສັດ Shenzhen Zhongri Trading Co., Ltd ໄດ້ເຂົ້າມອບຜ້າປີດປາກອະນາໄມ ລຸ້ນ KN 95 ຈຳນວນ 2.560 ອັນ ມູນຄ່າ 7.884 ໂດລາສະຫະລັດ ເພື່ອຕ້ານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃຫ້ແຂວງບໍລິຄຳໄຊ ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV) ເຊິ່ງຕາງໜ້າບໍລິສັດມອບໂດຍທ່ານນາງ ສຸກສະຫວັນ ປະເສີດ ແລະ ເປັນກຽດຮັບໂດຍທ່ານນາງ ຟອງສະໝຸດ ພົງວິຈິດ ຮອງຫົວໜ້າຫ້ອງວ່າການແຂວງ ຊ້ອງໜ້າຂອງພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ທ່ານນາງ ຟອງສະໝຸດ ພົງວິຈິດ ກໍ່ໄດ້ກ່າວຄຳຂອບໃຈ ທີ່ບັນດາບໍລິສັດດັ່ງກ່າວ ໄດ້ເປັນສ່ວນໜຶ່ງໃນການສົມທົບຊຸກຍູ້ ແຂວງບໍລິຄຳໄຊໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນຄັ້ງນີ້.

About admins16