ຊາວໜຸ່ມ ຍທຂ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ຊາວຫນຸ່ມ 4 ບຸກ ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ກ້ອນນວນດຳ ຈັນທະມີນາວົງ ເລຂາຮາກຖານຊາວຫນຸ່ມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງບໍລິຄໍາໄຊ, ມີແຂກຖືກເຊີນ ຊາວຫນຸ່ມແຮກສ່ຽວ ອ້ອມຂ້າງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບ ປີ 2019 ແລະ ທິດທາງແຜນການປີ 2020 ຊາວຫນຸ່ມຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ ມີສະມາຊິກຊາວຫນຸ່ມທັງໝົດ 103 ສະຫາຍ, ຍິງ 35 ສະຫາຍ ປະກອບມີ 4 ຫນ່ວຍຮາກຖານ ຂຶ້ນກັບ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກພະແນກໂຍທາທິການ ແລະ ຂົນສົ່ງ, ຄະນະບໍລິຫານຊານຊາວຫນຸ່ມແຂວງ, ຮາກຖານຊາວຫນຸ່ມດັ່ງກ່າວ ສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.

ໂອກາດດຽວກັນນີ້ ສະຫາຍ ວັນນະສິນ ສອນວິໄລ ກໍ່ໄດ້ເປັນກຽດ ຂຶ້ນມອບໃບຢັ້ງຢືນ 4 ບຸກໃຫ້ຊາວຫນຸ່ມຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມມີຄຳເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນຫນັກ ໃຫ້ສະມາຊິກຊາວຫນຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍ່ຄືແຜນການ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວໂດຍຕິດພັນກັບຫນ້າທີ່ວິຊາສະເພາະ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄິນະພັກ, ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນຕໍ່ເນື່ອງ ແລະ ຮັກສາມຸູນເຊື້ອນາມມະຍົດຊາວຫນຸ່ມ 4 ບຸກ ໄວ້ໃຫ້ຫມັ້ນຄົງຕະຫລອດໄປ.

ພ້ອມນັ້ນກໍ່ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມແຂວງບໍລິຄຳໄຊ ຄັ້ງທີ VI ທີ່ຫາກໍ່ສຳເລັດລົງໃນວັນທີ 24 ມິຖຸນາ 2020 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານໃນ 5 ປີຜ່ານມາ, ທິດທາງແຜນການຕໍ່ຫນ້າ ຜົນສຳເລັດໃນການເລືອກຕັ້ງເອົາຄະນະບໍລິຫານງານຊາວຫນຸ່ມສະໄຫມທີ VI ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານຊາວຫນຸ່ມ-ເຍົາວະຊົນໃຫ້ເຕີບໃຫຍ່ເຂັ້ມແຂງກ່ວາເກົ່າ.

About admins16