6 ເດືອນຕົ້ນປີ ລັດວິສາຫະກິດນ້ຳປະປາມີລາຍຮັບຫຼາຍກວ່າ 6 ຕື້ກີບ

ກອງປະຊຸມສະຫຼຸບຜົນການປະຕິບັດວຽກງານ 6 ເດືອນຕົ້ນປີ ລັດວິສາຫະກິດນ້ຳປະປາສາຂາແຂວງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2020 ຢູ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ທ່ານ ວິໄລຄອນ ພີມມະສອນ ອຳນວຍການລັດວິສາຫະກິດນ້ຳປະປາສາຂາແຂວງບໍລິຄຳໄຊ ມີພະນັກງານພາຍໃນລັດວິສາຫະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການປະຕິບັດວຽງານ 6 ເດືອນຕົ້ນປີ ເຫັນວ່າຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ ເປັນຕົ້ນແມ່ນການກວດກາຄຸນນະພາບນ້ຳ ໃຫ້ໄດ້ມາດຕະຖານດີຂຶ້ນ, ວຽກງານເຕັກນິກ ກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການກວດກາໝໍ້ແທກນ້ຳເປັນປົກກະຕິ, ປ່ຽນຖ່າຍໝໍ້ແທກນ້ຳ ທີ່ເກົ່າ ແລະ ບໍ່ໄດຄຸນນະພາບ, ສຸມໃສ່ການຂະຫຍາຍທໍ່ສົ່ງນ້ຳ ໄປຫາບັນດາບ້ານໃຫ້ຫຼາຍຂຶ້ນ, ປະຈຸບັນນີ້ ລະບົບການທໍ່ສົ່ງນ້ຳປະປາ ກວມເອົາ 50% ຂອງພື້ນທີ່ໃນທົ່ວແຂວງ ພ້ອມດຽວກັນ ຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ໃຊ້ນ້ຳ ໂດຍໄດ້ຫັນສູ່ທັນສະໄໝ ລູກຄ້າສາດມາດຊໍາລະຄ່ານໍ້າປະປາ ຜ່ານລະບົບທະນາຄານ ແລະ ຜ່ານຊ່ອງທາງເອເລັກໂຕນິກ, ນອກຈາກນັ້ນ ຍັງມີໂທລະສັບສາຍດ່ວນ ນ້ຳປະປາ 054 1169 ໄວ້ຄອຍຖ້າບໍລິການ ໃຫ້ຄຳປຶກສາ ແລະ ແຈ້ງບັນຫາຕ່າງໆ, 6 ເດືອນຕົ້ນປີ ມາສາມາດສ້າງລາຍຮັບໄດ້ທັງໝົດ 6 ຕື້ກ່ວາກີບ ແລະ ມອບພັນທະເຂົ້າລັດ 600 ລ້ານກ່ວາກີບ, ສາມາດຈຳໜ່າຍນ້ຳໄດ້ 1 ລ້ານກ່ວາແມັດກ້ອນ ທຽບໃສ່ແຜນການແມ່ນ 91.91%.

ສຳລັບທິດທາງແຜນການ 6 ເດືອນທ້າຍປີ ຈະໄດ້ສືບຕໍ່ໂຄງການກໍ່ສ້າງນ້ຳປະປາ ແລະ ສຸຂະພິບານ ເມືອງປາກຊັນ, ເມືອງປາກກະດິງ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ນປະຊາຊົນພາຍໃນແຂວງໄດ້ເຂົ້າເຖິງນ້ຳສະອາດໃຫ້ຫຼາຍຂື້ນ.

ໃນກອງປະຊຸມ ຍັງໄດ້ມີພິທີມອບໃບຍ້ອງຍໍຂອງອຳນວຍການລັດວິສາຫະກິດນ້ຳປະປາສາຂາແຂວງບໍລິຄຳໄຊ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນ ປະຈຳປີ 2019 ໃນນັ້ນມີ ປະເພດ 1: 61 ສະຫາຍ, ປະເພດ2: 51 ສະຫາຍ, ໃຫ້ກຽດມອບໂດຍ ທ່ານ ວິໄລຄອນ ພີມມະສອນ ອຳນວຍການລັດວິສາຫະກິດນ້ຳປະປາ ເສຂາແຂວງບໍລິຄຳໄຊ.

About admins14