ບໍລິສັດສະຕາໂທລະຄົມ ສະໜັບສະໜູນເບີໂທຟຣີ ພ້ອມດ້ວຍດາຕ່າ

ໃນຕອນເຊົ້າວັນທີ 21 ພຶດສະພາ 2021ນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ບໍລິສັດສະຕາໂທລະຄົມ (unitel) ສາຂາແຂວງບໍລິຄໍາໄຊ ໄດ້ນໍາເອົາເບີໂທລະສັບຈໍານວນ 10 ເບີ ເຊີ່ງມີມູນຄ່າໂທຟຣີພາຍໃນເຄືອຄ່າຍ 50 ນາທີຕໍ່ມື້, ພ້ອມນຳໃຊ້ອິນເຕີເນັດຟຣີດາຕ່າ 2.500 MB ຕໍ່ມື້, ລວມເປັນເງີນ 300.000 ກີບຕໍ່ເດືອນຕໍ່ເບີ. ສາມາດນໍາໃຊ້ໄດ້ຮອດ ເດືອນ ທັນວາ 2021 ລວມມີມູນຄ່າທັງໝົດ 24.100.000 ກີບ.ມອບໃຫ້ຄະນະສະເພາະກິດຂັ້ນເມືອງປາກກະດິງ ທີ່ປະຕິບັດພາລະກິດການສະກັດກັ້ນຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ມີຄວາມສະດວກຂື້ນຕື່ມ.

ໂດຍເປັນກຽດກ່າວມອບຂອງ ທ່ານ ນາງ ດາວວອນ ເພັດສານຸພົນ ອຳນວຍການ ບໍລິສັດສະຕ່າໂທລະຄົມ ສາຂາແຂວງບໍລິຄໍາໄຊ, ກ່າວຮັບໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ ຕາງໜ້າຄະນະສະເພາະກິດຂັ້ນເມືອງ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂິພິຍານ.

About admin11