ຫ້ອງການ ຮສສ ມອບເງິນໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ

ໃນວັນທີ 21 ພຶດສະພາ 2021, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຄຳເກີດ ມອບເງິນປະກັນໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາວິໄລ ອະນຸສອນພົງສະຫວັນ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການ-ສັງຄົມ, ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີພະນັກງານຫ້ອງການ ແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບເງິນດັ່ງກ່າວແມ່ນມອບໃຫ້ແກ່ຄອບຄົວ ທ້າວ ຄໍາພູທອງ ພະພົມມະວົງສາ ອະດີດພະນັກງານຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ເສຍຊີວິດດ້ວຍອຸປະຕິເຫດໃນວັນທີ 24 ມັງກອນ 2021 ດັ່ງນັ້ນ ທາງຫ້ອງການ ແຮງງານ ແລະ ສະຫວັດດີການ-ສັງຄົມ ຈຶ່ງໄດ້ມອບເງິນອຸດໜູນການເສຍຊີວິດໃຫ້ແກ່ຄອບຄົວຜູ້ເສຍຊີວິດໃນວົງເງິນ 42 ລ້ານກວ່າກີບ ມອບໂດຍ ທ່ານ ຄໍາວິໄລ ອະນຸສອນພົງສະຫວັນ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການ-ສັງຄົມ ກ່າວຮັບໂດຍຕາງໜ້າຄອບຄົວຜູ້ເສຍຊີວິດ.

About admin11