ບໍລິຄໍາໄຊ ສະຫລຸບວຽກງານການສຶກສາ-ກິລາທົ່ວແຂວງ ປະຈໍາພາກຮຽນທີ I

ກອງປະຊຸມສະຫຼຸບປະຈໍາພາກຮຽນທີ I ຂອງແຂວງບໍລິຄໍາໄຊ ໄດ້ໄຂຂື້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ຂອງເມືອງວຽງທອງ ແຂວງບໍລິຄໍາໄຊ ໃນລະຫວ່າງວັນທີ 16-17 ກຸມພາ 2023 ພາຍໃຕ້ການເປັນປະທານ ທ່ານ ລົມ ແພງສຸກ  ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາແພ່ນ ວີລືທໍາ ເຈົ້າເມືອງວຽງທອງ ແລະ ທ່ານນາງ ຂັນທອງ ພັນທະຈັກ ປະທານຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ, ມີຄະນະພະແນກ, ຕາງໜ້າ ປກສ ແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 7 ຕົວເມືອງ, ຕາງໜ້າສະມາຄົມການສຶກສາພາກເອກະຊົນ, ໂຮງຮຽນເຕັກນິກວິຊາຊີບແຂວງ, ວິທະຍາໄລເອກະຊົນ, ສູນ ແລະ ໂຮງຮຽນຂື້ນກັບ ພະນັກງານວິຊາ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມ.

ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາແຂວງ ໄດ້ຜ່ານບົດສະຫຼຸບຜົນຂອງການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາ ແລະ ກິລາປະຈໍາພາກຮຽນ I ວ່າ: ວຽກງານການສຶກສາກ່ອນໄວຮຽນ ມີເຮືອນລ້ຽງເດັກ ໂຮງຮຽນອະນຸບານທັງໝົດ 95 ແຫ່ງ, ເພີ່ມຂຶ້ນ 3 ແຫ່ງ, ນັກຮຽນລ້ຽງເດັກ, ອະນຸບານ ແລະ ຫ້ອງກຽມປະຖົມ ລວມທັງໝົດ 8.209 ຄົນ, ຍິງ 4.407 ຄົນ, ຈັດສົ່ງອ່າງລ້າງມືຈາກການຊ່ວຍເຫຼືອຂອງອົງການຢູນີເຊບຈໍານວນ 57 ຊຸດ ໃຫ້ໂຮງຮຽນ, ມີໂຮງຮຽນປະຖົມທັງໜົດ 316 ແຫ່ງ, ໃນນັ້ນ ມີໂຮງຮຽນປະຖົມສົມບູນ 276 ແຫ່ງ, ມູນລະປະຖົມ 40 ແຫ່ງ ເພີ່ມຂຶ້ນ 3 ແຫ່ງ ມີຄູສອນທັງໝົດ 1.210 ຄົນ, ຍິງ 738 ຄົນ ໃນນັັ້ນ ຄູລັດ 1.111 ຄົນ, ຍິງ 651, ຄູເອກະຊົນ 99 ຄົນ, ຍິງ 87 ຄົນ, ນັກຮຽນທັງໝົດ 33.691 ຄົນ, ຍິງ 16.344 ຄົນ ( ລັດ 31.220 ຄົນ, ຍິງ 15.221, ເອກະຊົນ 2.471 ຄົນ, ຍິງ 1.123 ຄົນ), ຜົນຂອງການສອບເສັງພາກຮຽນ I ທົົ່ວແຂວງເສັງໄດ້ 91,33%.

ຂັັ້ນຮຽນ ປ.1 ເສັງໄດ້ 89,58%, ຂັັ້ນຮຽນ ປ.2 ເສັງໄດ້ 92,26%, ຂັັ້ນຮຽນ ປ.3 ເສັງໄດ້ 91,02%, ຂັັ້ນຮຽນ ປ.4 ເສັງໄດ້ 91,63% ແລະ ຂັັ້ນຮຽນ ປ.5 ເສັງໄດ້ 92,47%. ໂຮງຮຽນມັດທະຍົມ ມີທັງໝົດ 68 ແຫ່ງ ໃນນັັ້ນ ມີມັດທະຍົມຕອນຕົ້ນ 41 ແຫ່ງ, ມັດທະຍົມສົມບູນ 24 ແຫ່ງ ແລະ ມັດທະຍົມຕອນປາຍ 3 ແຫ່ງ ເພີ່ມຂຶ້ນ 1 ແຫ່ງ ມີຄູສອນທັງໝົດ 1.279 ຄົນ, ຍິງ 634 ຄົນ (ລັດ 1.242 ຄົນ, ຍິງ 608 ຄົນ, ເອກະຊົນ 37 ຄົນ, ຍິງ 26 ຄົນ), ມີນັກຮຽນທັງໝົດ 25.458 ຄົນ, ຍິງ 12.395 ຄົນ, ຜົນການສອບເສັງ ພາກຮຽນທີ I ເສັງໄດ້ 88,4%, ໃນນີ້ ຂັັ້ນຮຽນ ມ.1 ເສັງໄດ້ 86,2%, ຂັັ້ນຮຽນ ມ.2 ເສັງໄດ້ 86,7%, ຂັັ້ນຮຽນ ມ.3 ເສັງໄດ້ 88,2%, ຂັັ້ນຮຽນ ມ.4 ເສັງໄດ້ 90,0%, ຂັັ້ນຮຽນ ມ.5 ເສັງໄດ້ 87,7%, ຂັັ້ນຮຽນ ມ.6 ເສັງໄດ້ 86,5% ແລະ ຂັັ້ນຮຽນ ມ.7 ເສັງໄດ້ 91,7%.

ຄາດໝາຍສູ້ຊົນອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັັ້ນການສຶກສາກ່ອນໄວຮຽນສະເລ່ຍໃນທົົ່ວແຂວງ ໃຫ້ບັນລຸໄດ້ສູງກວ່າ 87,9%, ອັດຕານັກຮຽນເຂົ້າໃໝ່ສຸດທິ ປ.1 ບັນລຸໄດ້ສູງກວ່າ 99,0%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ກ້າວເຂົ້າຫາ 100%, ອັດຕາປະລະການຮຽນຂອງນັກຮຽນ ປ.1 ໃຫ້ຫຼຸດລົງຕໍ່າກວ່າ 2,8%, ອັດຕາຈົບຊັັ້ນປະຖົມ ເລື່ອນຂັັ້ນ-ຈົບຊັັ້ນ ໃຫ້ບັນລຸສູງກວ່າ 97,8%, ອັດຕາການເລື່ອນຊັັ້ນ ປ.5 ຂື້ນ ມ.1 ໃຫ້ບັນລຸສູງກວ່າ 94,8%.

ດັດສະນີຄວາມສະເໝີພາບຍິງ -ຊາຍ ອັດຕາການເລື່ອນຊັັ້ນ ປ . 5 ຫາ ມ. 1 ໃຫ້ບັນລຸໄດ້ລະຫວ່າງ 0,97-1,03, ອັດຕາປະລະຂອງນັກຮຽນຊັັ້ນປະຖົມ ໃຫ້ຫຼຸດລົງຕໍ່າກວ່າ 1,6%, ອັດຕາເຂົັ້າຮຽນໃໝ່ລວມ ມ.4 ບໍ່ໃຫ້ຫຼຸດ74,6%, ອັດຕາປະລະການຮຽນຂອງນັກຮຽນ ຊັັ້ນມັດທະຍົມຕອນຕົ້ນບໍ່ໃຫ້ເກີນ 7,8%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ບັນລຸໄດ້ຫ າຍກວ່າ 1.068 ຄົນ, ຮັກສາຈໍານວນເມືອງທີ່ບັນລຸດັດສະນີຄວາມສໍາພັນລະຫວ່າງຄູ ແລະ ນັກຮຽນໃຫ້ຄົງທີີ່ ໃນ 7 ເມືອງ (R2 >=0,8), ສົົ່ງເສີມໃຫ້ນັກຮຽນທີີ່ຈົບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍເຂົ້າຮຽນໃນໂຮງຮຽນເຕັກນິກວິຊາຊີບຂອງແຂວງໃຫ້ເພີ່ມຂຶ້ນຈາກ 193 ເປັນ 235 ຄົນ, ສູ້ຊົນໃຫ້ມີນັກຮຽນທີີ່ຈົບມັດທະຍົມພາຍໃນແຂວງ ໄດ້ສືບຕໍ່ຮຽນໃນລະດັບມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນຈາກ 406 ເປັນ 500 ຄົນ.

About admins16