ເມືອງປາກກະດິງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ປະຈຳປີ 2022

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງ ເປັນປະທານໂດຍ ທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ, ມີຄະນະກໍ່ສ້າງຮາກຖານຂັ້ນແຂວງ-ຂັ້ນເມືອງ, ຫົວຫນ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານ ແລະ ນາຍບ້ານ 47 ບ້ານ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະ 1 ປີຜ່ານມາ ເຫັນວ່າວຽກງານດັ່ງກ່າວ ໄດ້ມີການໃກ້ຊິດຕິດແທດ ນຳພາ-ຊີ້ນຳ, ກວດກາ ແລະ ຕິດຕາມ ຈາກຄະນະພັກຂັ້ນເທິງ ຢ່າງເນື່ອງນິດລຽນຕິດ ແລະ ໄດ້ຮັບການຮ່ວມືຈາກອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຮັດໃຫ້ວຽກງານຫຼາຍດ້ານບັນລຸຕາມຄາດໝາຍ ເປັນຕົ້ນແມ່ນ ໄດ້ລົງປັບປຸງອົງການປົກຄອງບ້ານໄດ້ 10 ບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 12 ບ້ານ, ສ້າງ ແລະ ກວດກາປະເມີນ ບ້ານປ້ອງກັນຄວາມສະຫງົບດີໄດ້ຄົບມາດຖານເງື່ອນໄຂ 36 ບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 23 ບ້ານ, ສ້າງຄອບຄົວພົ້ນທຸກໄດ້ 15 ຄອບຄົວ, ລົງຊຸກຍູ້ກວດກາ ຄອບຄົວວັດທະນະທຳໃໝ່ໄດ້ 70 ຄອບຄົວ, ກວດກາຄອບຄົວສາມັກຄີປອງດອງໄດ້ໃຫມ່ 262 ຄອບຄົວ, ປະເມີນບ້ານພັດທະນາ 4 ດ້ານ ໄດ້ 46 ບ້ານ, ປະເມີນບ້ານໜັກແໜ້ນເຂັ້ມແຂງໄດ້ 14 ບ້ານ.

ຈາກນັ້ນ ໄດ້ຮັບຟັງການຜ່ານມະຕິຕົກລົງຄະນະປະຈຳພັກເມືອງ ວ່າດ້ວຍການຖອນພະນັກງານກໍ່ສ້າງຮາກຖານການເມືອງແບບບໍ່ປະຈຳ ໃນປີ 2022 ກັບຄືນກົມກອງ ແລະ ແຕ່ງຕັ້ງ ຄະນະຊີ້ນຳ ແລະ ພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແບບບໍ່ປະຈຳ ໃນປີ 2023 ເພື່ອສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ.

ພ້ອມນັ້ນ ໄດ້ມີພິທີມອບໃບຢັ້ງຢືນບ້ານພັດທະນາໃຫ້ 46 ບ້ານ ຕາມຂໍ້ຕົກລົງເຈົ້າເມືອງປາກກະດິງ ເລກທີ 83/ມປດ ລົງວັນທີ 27 ມັງກອນ 2023 ເປັນກຽດມອບໂດຍທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ ແລະ ມອບໃບຢັ້ງຢືນບ້ານໜັກແໜ້ນເຂັ້ມແຂງໃຫ້ 14 ບ້ານ ຕາມຂໍ້ຕົກລົງຫົວໜ້າຫ້ອງການພາຍໃນ ເລກທີ 309/ຫພນ ລົງວັນທີ 8 ມັງກອນ 2023 ເປັນກຽດມອບໂດຍທ່ານ ທອງແດງ ຍັນວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ.

About admins14