ເຜີຍແຜ່ພາລະບົດບາດ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ

ກອງປະຊຸມປຶກສາຫາລື ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ ( SME ) ແລະ ເຜີຍແຜ່ບົດຂອງສູນບໍລິການ SME ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກຸມພາ 2023 ຢູ່ຫ້ອງປະຊຸມໂຮງແຮມດອກຈຳປາ ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ ), ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຮອງຫົວໜ້າພະແນກ ອຄ ແຂວງ, ປະທານສະພາການຄ້າແຂວງ, ນັກທຸລະກິດ, ຜູ້ປະກອບການພາຍໃນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ( ວນກ ) ມີພາລະບົດບາດເປັນຫົວໜ່ວຍວິຊາການ ເຮັດໜ້າທີ່ໃນການສະໜອງບໍລິການໃຫ້ແກ່ ວນກ ແລະ ຮ່ວມມືກັບພາກສ່ວນຕ່າງໆ ເພື່ອພັດທະນາ, ແນໃສ່ຜັນຂະຫຍາຍແຜນເສດຖະກິດສັງຄົມ ກໍ່ຄືແຜນພັດທະນາ ວນກ, ປັດຈຸບັນ ມີ 5 ສາຂາ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຈຳປາສັກ, ສະຫວັນນະເຂດ ແລະ ອຸດົມໄຊ ໂດຍມີເປົ້າໝາຍ ເປີດສາຂາແຂວງບໍລິຄຳໄຊ ເປັນສາຂາທີ 6. ໃນປີໄລຍະປີ 2018-2022 ໄດ້ມີຜູ້ເຂົ້າຮ່ວມກິດຈະກຳ 8.362 ຄົນ ພົ້ນເດັ່ນແມ່ນ ການເຂົ້າຮ່ວມຝຶກອົບຮົມໃຫ້ບັນດາພາກທຸລະກິດ.

ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຄງສ້າງພາກພື້ນສຳລັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນພາກພື້ນອາຊຽນ ໄລຍະ 2 ແມ່ນຈະສຸມໃສ່ 3 ປະເທດ: ກຳປູເຈາຍ, ສປປ ລາວ ແລະ ສ ຫວຽດນາມ, ນອກນີ້ ຍັງມີປະເທດໄທ ແລະ ອິນໂດເນເຊຍ ຮ່ວມຈັດຕັ້ງປະຕິບັດ, ASEAN ACCESS ມີຈຸດປະສົງ ເພື່ອສົ່ງເສີມທຸລະກິດອາຊຽນອອກສູ່ສາກົນ ໂດຍການສະໜອງຂໍ້ມູນດ້ານການຕະຫຼາດ, ການໃຫ້ຜູ້ໃຫ້ບໍລິການໂດຍບໍ່ເສຍຄ່າ, ຊ່ວຍໃຫ້ຜູ້ຈັດຈຳໜ່າຍ ຫຼື ຕົວແທນສາມາດຊອກຫາຄູ່ຮ່ວມທຸລະກິດໄດ້ງ່າຍ ໂດຍວິສາຫະກິດທີ່ຕ້ອງການເຂົ້າສູ່ຕະລາດອາຊຽນໂດຍສະເພາະ.

About admins16