ຄົບຮອບ 7 ປີ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສໍາພັນ ສາຂາບໍລິຄໍາໄຊ ຄືນກໍາໄລໃຫ້ລູກຄ້າ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສໍາພັນ ສາຂາບໍລິຄໍາໄຊ ຄົບຮອບ 7 ປີ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ທັນວາ 2022 ຢູ່ໂຮງແຮມສຸນັນທາ ບ້ານໂພນໄຊ ເມືອງປາກຊັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ທ່ານ ສຸລິສັກ ຮົ່ມໂພທິຈັກ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ມີຄະນະຜູ້ບໍລິຫານ ສກຈຮ ສາຍໃຍສໍາພັນ, ການນໍາຂອງແຂວງ, ເມືອງ, ລູກຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອໍານວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ໄດ້ກ່າວຕ້ອນຮັບແຂກໃນງານຢ່າງອົບອຸ່ນ, ພ້ອມທັງໄດ້ລາຍງານໂດຍຫຍໍ້ວ່າ ສກຈຮ ສາຍໃຍສໍາພັນ ໄດ້ຮັບສ້າງຂຶ້ນໃນວັນທີ 31 ກໍລະກົດ 2007, ປັດຈຸບັນ ຄົບຮອບ 15 ປີ, ສໍາລັບສາຂາແຂວງບໍລິຄຳໄຊ ແມ່ນໄດ້ໃຫ້ບໍລິການລູກຄ້າ ຄົບຮອບ 7 ປີແລ້ວ, ໂດຍໄດ້ສຸມໃສ່ການໃຫ້ບໍລິການລູກຄ້າຢ່າງເຕັມທີ່ ຕາມຄໍາຂວັນທີ່ວ່າ “ສາຍໃຍສຳພັນສາຂາ ບໍລິຄຳໄຊ ພ້ອມແລ້ວທີ່ຈະເປັນເພື່ອນທີ່ຮູ້ໃຈໃນທຸກໆສະຖານະການຂອງທຸກໆທ່ານ”.

ຕະຫຼອດໄລຍະເວລາຜ່ານມາ ເຫັນວ່າໄດ້ຮັບຄວາມເຊື່ອໝັ້ນ ແລະ ໄດ້ຮັບການສະໜັບສະໜູນຈາກສັງຄົມ ນັບມື້ນັບດີຂື້ນເລື້ອຍໆ ຈຶ່ງເຮັດໃຫ້ການຂະຫຍາຍຕົວທາງດ້ານການບໍລິການ ໄດ້ຮັບໝາກຜົນທີ່ເພິ່ງພໍໃຈ ແລະ ບັນລຸເປົ້າໝາຍ, ຮອດປີ 2022 ຍອດເຫຼືອເງິນກູ້ເພີ້ມຂື້ນ 64 ຕື້ກວ່າກີບ, ລູກຄ້າ 2.509 ທ່ານ, ຍອດເຫຼືອເງິນຝາກ 17 ຕື້ກວ່າກີບ, ຈໍານວນບັນຊີ 321 ບັນຊີ, ຍອດຊັບສິນ 69 ຕື້ກວ້າກີບ.

ພ້ອມນັ້ນ ໃນພິທີຍັງຮັບຊົມສິລະປະ-ວັນນະຄະດີປະເພດຕ່າງໆ ເປັນຕົ້ນແມ່ນບົດເພງ ແລະ ບົດຟ້ອນ ທີ່ມີຄວາມງົດງາມ, ສະແດງໃຫ້ເຫັນເຖິງເອກະລັກ, ວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ ທີ່ເຂົ້າມາໃຊບໍລິການ ສກຈຮ ສາຍໃຍສໍາພັນ ສາຂາແຂວງບໍລິຄຳໄຊ ພາຍໃນງານໄດ້ມີການຈົກສະຫຼາກລູກຄ້າຜູ້ໂຊກດີ ເພື່ອຊິງລາງວັນ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ ບໍ່ວ່າຈະເປັນລາງວັນເງິນສົດ, ໂທລະສັບມີຖື, ທໍລະທັດ, ລົດຈັກໄຟຟ້າ ແລະ ລົດຈັກຮອນດ່າເວບ.

ໂອກາດນີ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ຍັງໄດ້ມອບເງິນ ຈໍານວນ 50 ລ້ານກີບ ປະກອບສ່ວນສະໜັບສະໜູນນັກກິລາ ແຂວງບໍລິຄຳໄຊ ໄປແຂ່ງຂັນງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໃຫ້ກຽດມອບໂດຍ ທ່ານ ນາງ ພູເງິນ ຈີນທະລາສີ ແລະ ຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ. ເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍຂອງແຂວງ ໃຫ້ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ທີ່ໄດ້ປະກອບສ່ວນໃນຄັ້ງນີ້.

About admins14