ບໍລິຄຳໄຊ ໃສ່ໃຈປູກຈິດສຳນຶກ ການຈະລາຈອນ ໃຫ້ນ້ອງໆນັກຮຽນ


ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 02 ຕຸລາ 2020 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ໄດ້ສົມທົບກັບ ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຫ້ອງການຊາວໜຸ່ມແຂວງ ແລະ ອົງການກາແດງ ແຂວງ ບໍລິຄໍາໄຊ ສືບຕໍ່ເຄື່ຶອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນທາງບົກ ໃຫ້ແກ່ບັນດານ້ອງນັກຮຽນຊັ້ນ ມໍ 07 ຢູ່ໂຮງຮຽນແຫ່ງຕ່າງໆໃນເທດສະບານແຂວງ ເຊັ່ນ: ໂຮງຮຽນ ມໍສໍ ສີທ່ານາໄຊ, ມໍສໍ ປາກງຽບ, ມໍປາຍ ປາກຊັນ ແລະ ມໍຕົ້ນ ໂພສີ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ, ນໍາພາໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ພ້ອມດ້ວຍທີມງານ, ມີຄະນະອໍານວຍການ, ຄູອາຈານ ແລະ ນ້ອງນັກຮຽນຊັ້ນ ມໍ 06 ແລະ ມໍ 07 ຈາກໂຮງຮຽນແຫ່ງດັ່ງກ່າວ ເຂົ້າຮ່ວມຮັບຟັງ.

ທ່ານ ບຸນທໍາ ຄໍາມະວົງ ກ່າວວ່າ: ໂດຍປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ບໍລິຄໍາໄຊ ສະບັບ ເລກທີ 2041/ ຍທຂ ຄບສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການເຜີຍແຜ່ໂຄສະນາປູກຈິດສໍານຶກກ່ຽວກັບການສັນຈອນທາງຫຼວງ, ເພື່ອແນ່ໃສ່ເຮັດໃຫ້ຄູອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈ ພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ແນໃສ່ລຸດຜ່ອນອຸບັດຕິເຫດຢູ່ຕາມຖະໜົນຫົນທາງພາຍໃນແຂວງ, ໃນນີ້ ຄະນະຮັບຜິດຊອບ ຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຫ້ອງການຊາວໜຸ່ມແຂວງ ແລະ ອົງການກາແດງ ແຂວງ ໄດ້ຜັດປ່ຽນກັນເຜີຍແຜ່ ແລະ ບັນລະຍາຍເອກະສານທີ່ສໍາຄັນ ເຊັ່ນ: ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖນາເດີນຕາມ, ດໍາລັດ ເລກທີ 188/ນຍ ວ່າດ້ວຍການຈະລາຈອນທາງບົກ, ການປົກປັກຮັກສາທາງຫຼວງ ແລະ ການປັບໄໝຕໍ່ຜູ້ລ່ວງລະເມີດກົດລະບຽບຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ຍ່າງຕາມເສັ້ນທາງ.

ຄະນະ ຍັງໄດ້ສາຍພາບວິດີໂອຈາກການບັນທຶກພາບເຫດການເກີດອຸບັດຕິເຫດ, ເຊິ່ງຍົກໃຫ້ເຫັນສາເຫດຕົ້ນຕໍການເກີດອຸບັດຕິເຫດ ຢູ່ຕາມເສັ້ນທາງຕ່າງໆ ທີ່ເກີດຈາກການຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ.

ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນປະກົດການຫຍໍ້ຕ່າງໆ ທີ່ເປັນໄພອັນຕະລາຍຕໍ່ໄວໜຸ່ມໃນປະຈຸບັນ ເຊັ່ນ: ການມົ້ວສຸ່ມຫຼິ້ນກິນຟູມເຟືອຍ, ມົ້ວສຸມເສບຢາເສບຕິດ ແລະ ອື່ນໆ ໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວພ້ອມເນັ້ນໃຫ້ນ້ອງນັກຮຽນທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ທັງນີ້ ກໍ່ເພື່ອປ້ອງກັນຕົນເອງ ແລະ ຜູ້ຮ່ວມໃຊ້ລົດໃຊ້ຖະໜົນ ມີຄວາມປອດໄພຈາກການເກີດອຸບັດຕິເຫດ ແລະ ພ້ອມກັນຍົກສູງສະຕິ ບໍ່ໄປພົວພັນມົ້ວສູມຫຼິ້ນກິນຟູມເຟືອຍ ແລະ ບໍ່ພົວພັນກັບສິ່ງເສບຕິດທຸກຊະນິດ, ເອົາໃຈໃສ່ຄົ້ນຄ້ວາ, ຮໍ່າຮຽນ, ຝຶກຝົນຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ເປັນລູກທີ່ດີ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດອີກດ້ວຍ.


ໃນໂອກາດດຽວກັນ ຍັງໄດ້ຈັດກິດຈະກໍາໃຫ້ນ້ອງນັກຮຽນຂື້ນຕອບຄໍາຖາມກ່ຽວກັບການປະຕິບັດກົດລະບຽບຈະລາຈອນ, ການຂັບຂີ່ພາຫານະຕາມທ້ອງຖະໜົນຢ່າງຖືກຕ້ອງ ພ້ອມທັງມອບຂອງຂວັນລາງວັນປະເພດໝວກກັນກະທົບ ໃຫ້ກັບນ້ອງນັກຮຽນຜູ້ທີ່ຕອບຄໍາຖາມຖືກຕ້ອງ 03 ຄໍາຖາມຕິດຕໍ່ກັນ, ປະເພດປື້ມຂຽນ ແລະ ບິກ ໃຫ້ກັບຜູ້ທີ່ຕອບຄໍາຖາມຖືກຕ້ອງ 01 ຫຼື 02 ຄໍາຖາມ, ໃຫ້ກຽດຂື້ນມອບຂອງລາງວັນ ໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ.

About admin11