ທ່າພະບາດ ຈັດກິດຈະກໍາ ຊົມບັ້ງໄຟພະຍານາກ ໃນຄໍ່າຄືນມື້ວັນບຸນອອກພັນສາ

 
ໃນຕອນຄໍ່າວັນທີ 2 ຕຸລາ 2020 ເຊິ່ງກົງກັບວັນຂຶ້ນ 15 ຄໍ່າເດືອນ 11 ລາວ ເປັນວັນບຸນອອກພັນສາ ປະວໍລະນາ ເຊິ່ງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກໍາ ສົ່ງເສີມການທ່ອງທ່ຽວ ດ້ວຍການຕັ້ງຈຸດເບິ່ງບັ້ງໄຟພະຍານາກ ຢູ່ທີ່ວັດທ່າພະບາດໂພນສັນ ໂດຍມີ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ຕະຫຼອດຮອດມວນຊົນ ພາຍໃນແຂວງ, ຕ່າງແຂວງ ແລະ ນັກທ່ອງທ່ຽວ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ການເຝົ້າຄອຍເບິ່ງປະກົດການບັ້ງໄຟພະຍານາກ ແມ່ນໄດ້ເລີ່ມແຕ່ 18:00 ໂມງ ເປັນຕົ້ນໄປ, ປະກົດການທີ່ເຫັນ ກໍ່ຄືໄດ້ມີແສງສີແດງພຸ່ງຂຶ້ນຈາກໜ້ານໍ້າສູ່ທ້ອງຟ້າເປັນຈໍານວນຫຼວງຫຼາຍ ແສງສີແດງດັ່ງກ່າວ ກໍຄືບັ້ງໄຟພະຍານາກ ທີ່ເຄີຍໄດ້ກ່າວຂານສືບຕໍ່ກັນມາຈົນເຖິງປະຈຸບັນ.

ນອກຈາກກິດຈະກຳເຝົ້າຄອຍເບີ່ງປະກົດການບັ້ງໄຟພະຍານາກແລ້ວ ຍັງມີກິດຈະກໍາວຽນທຽນ, ໄຫວ້ພະ ແລະ ປ່ອຍກະໂທງ, ທັງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີ ວັດທະນະທໍາອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ປູ່ຍ່າຕາຍາຍ ທີ່ຈະຍັງຖືກປົກປັກຮັກສາ ແລະ ສືບທອດໄປຊົ່ວກາລະນານ ພ້ອມທັງເປັນການໂຄສະນາສົ່ງເສີມທ່ອງທ່ຽວອີກດ້ວຍ.

About admin11