ເມືອງວຽງທອງມີຜູ້ຕິດເຊື້ອໄຂ້ຍູງລາຍ 127 ກໍລະນີ


ໃນຕອນເຊົ້າຂອງວັນທີ 5 ຕຸລາ 2020 ນີ້ ທ່ານ ດຣ ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງ ວຽງທອງ, ແຂວງບໍລິຄໍາໄຊ ໄດ້ລາຍງານສະພາບການລະບາດໄຂ້ຍູງລາຍ ຫຼື ໄຂ້ເລືອດອອກ ຕໍ່ນັັກຂ່າວຂອງເມືອງວ່າ: ນັບແຕ່ເດືອນມັງກອນ ມາຈົນຮອດວັນທີ 5 ຕຸລາ 2020 ນີ້ ທົ່ວເມືອງວຽງທອງ ມີຜູ້ຕິດເຊື້ອພະຍາດໄຂ້ຍູງລາຍ ທັງໝົດ 127 ກໍລະນີ ເກີດຢູ່ໃນ 20 ບ້ານ, ໃນນັ້ນ ບ້ານທີ່ມີກໍລະນີຫຼາຍກ່ວາໝູ່ແມ່ນ ບ້ານ ຈອມທອງ ຈໍານວນ 36 ກໍລະນີ, ບ້ານ ຫີນໂງ່ນ 23 ກໍລະນີ, ບ້ານ ນໍ້າຢ້າງ 13 ກໍລະນີ.

ປະຈຸບັນ ຜູ້ຕິດເຊື້ອແມ່ນໄດ້ຜ່ານການປິ່ນປົວດີເປັນສ່ວນຫຼາຍ ແລະ ຍັງນອນປິ່ນປົວຢູ່ໂຮງໝໍເມືອງ ຈໍານວນ 4 ຄົນ, ການປິ່ນປົວອາການແມ່ນດີຂຶ້ນຕາມລໍາດັບ, ກໍລະນີເສຍຊິວິດແມ່ນບໍ່ມີ.

ເພື່ອເປັນການສະກັດກັ້ນ, ຕ້ານພະຍາດໄຂ້ຍູງລາຍ ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຮັກສາສຸຂະພາບ ດ້ວຍການນອນໃນມູ້ງ ເພື່ອບໍ່ໃຫ້ຍູງກັດ. ທີມງານຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ລົງເຄື່ອນໄຫວສຸກຂະສຶກສາເຖີງຜົນຮ້າຍຂອງພະຍາດໄຂ້ຍູງລາຍ ໃຫ້ປະຊາຊົນບັນດາເຜົ່າແຕ່ລະບ້ານໃຫ້ຮູ້ປ້ອງກັນ, ເວລາເຈັບເປັນໃຫ້ໄປກວດຢູ່ໂຮງໝໍເມືອງ ຫຼື ສຸກສາລາ ແລະ ເຂົ້າຮັບປິ່ນປົວຢ່າງຖືກວິທີ, ໄດ້ລົງສິດພົ່ນຢາຂ້າຍູງຢູ່ພາຍໃນ 2 ບ້ານ ຄືື: ບ້ານ ຈອມທອງ ແລະ ບ້ານ ຫີນໂງ່ນ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມຫຼັກການ 5 ປໍ ຂອງກະຊວງສາທາລະນະສຸກວາງອອກ.

About admin11