ສະຖາບັນການເງິນຈຸລະພາກ ສາຂາບໍລິຄໍາໄຊ ຄືນກຳໄລໃຫ້ລູກຄ້າຜູ້ໂຊກດີ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ

ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ ທີ່ເຂົ້າມາໃຊບໍລິການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສໍາພັນ ( ສກຈຮ ) ສາຂາແຂວງບໍລິຄຳໄຊ, ໃນຕອນເຊົ້າຂອງວັນທີ 27 ທັນວາ 2022 ຢູ່ ສກຈຮ ສາຂາແຂວງບໍລິຄຳໄຊ ໄດ້ຈັດພິທີມອບລາງວັນໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ ສະຫວັນມະນີ ວິໄລສັກ ຮອງຜູ້ອຳນວຍການ ສກຈຮ ສາຂາແຂວງບໍລິຄຳໄຊ, ມີຄະນະອຳນວຍການສະຖາບັນ, ພະນັກງານ ແລະ ລູກຄ້າຜູ້ທີ່ໄດ້ຮັບລາງວັນເຂົ້າຮ່ວມ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສໍາພັນ ສຳນັກງານໃຫຍ່ ແຂວງສະຫວັນນະເຂດ ຄົບຮອບ 15 ປີ ແລະ ສາຂາບໍລິຄໍາໄຊ ຄົບຮອບ 7 ປີ ຕະຫຼອດໄລຍະເວລາຜ່ານມາ ເຫັນວ່າ ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄດ້ຮັບການສະໜັບສະໜູນຈາກສັງຄົມ ນັບມື້ນັບດີຂື້ນເລື້ອຍໆ ຈຶ່ງເຮັດໃຫ້ການຂະຫຍາຍຕົວທາງດ້ານການບໍລິການ ໄດ້ຮັບໝາກຜົນທີ່ເພິ່ງພໍໃຈ ແລະ ບັນລຸເປົ້າໝາຍ.

ສຳລັບລາງວັນຜູ້ໂຊກດີໃນຄັ້ງນີ້ ມີທັງໝົດ 5 ລາງວັນ ຄື: ລາງວັນທີ 1 ລົດຈັກຮອນດາເວັບ 100 ມູນຄ່າ 22.320.000 ກີບ ຈຳນວນ 1 ລາງວັນ, ລາງວັນທີ 2 ໂທລະສັບຊຳຊຸງ ມູນຄ່າ 5.319.000 ກີບ ຈຳນວນ 2 ລາງວັນ, ລາງວັນທີ 3 ໂທລະທັດຊຳຊຸງ 45 ນິ້ວ ມູນຄ່າ 5.047.000 ກີບ ຈຳນວນ 3 ລາງວັນ, ລາງວັນທີ 4 ລົດຖີບໄຟຟ້າ ມູນຄ່າ 3.500.000 ຈຳນວນ 4 ລາງວັນ ແລະ ລາງວັນທີ 5 ໄດ້ຮັບເງິນສົດ ມູນຄ່າ 1.000.000 ກີບ ຈຳນວນ 15 ລາງວັນ ລວມມູນຄ່າ 100 ລ້ານກ່ວາກີບ.

ໃຫ້ກຽດມອບລາງວັນທີ 1 ແລະ 2 ໂດຍທ່ານນາງ ສະຫວັນມະນີ ວິໄລສັກ ຮອງຜູ້ອຳນວຍການ ສກຈຮ ສາຂາແຂວງບໍລິຄຳໄຊ, ມອບລາງວັນທີ 3 ແລະ 4 ໂດຍທ່ານນາງ ດາລິວັນ ລັດຕະນະວິຈິດ ຫົວໜ້າ ສກຈຮ ສາຂາແຂວງບໍລິຄຳໄຊ ແລະ ເປັນກຽດມອບລາງວັນທີ 5 ໂດຍທ່ານ ຄຳສອນ ຫຼວງສຸວັນນະວົງ ຮອງຫົວໜ້າ ສກຈຮ ສາຂາແຂວງບໍລິຄຳໄຊ.

 

About admins16