ບໍລິຄຳໄຊ ເອົາໃຈໃສ່ຄວບຄຸມລາຄາສິນຄ້າ ໃນໄລຍະປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດ Covid-19

ແຂວງບໍລິຄຳໄຊ ຈະຄຸມເຂັ້ມບໍ່ໃຫ້ມີການກັກຕຸນ ແລະ ຂຶ້ນລາຄາສິນຄ້າ ໂດຍສະເພາະສິນຄ້າອຸປະໂພກ-ບໍລິໂພກ ແລະ ອຸປະກອນການປ້ອງກັນພະຍາດໂຄວິດ-19, ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນໃນວັນທີ 22 ເມສາ 2021.

ໃນໄລຍະປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດ Covid-19 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາຢ່າງເປັນປະຈຳ ໂດຍສະເພາະລົງເຜີຍແຜ່ແຈ້ງການດ່ວນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ໃນຂອບເຂດທົ່ວແຂວງບໍລິຄຳໄຊ, ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈແຈ້ງການຂອງລັດຖະບານ, ກະຊວງ ແລະ ຂອງແຂວງວາງອອກ ໂດຍສະເພາະຄຸ້ມຄອງລາຄາສິນຄ້າ ແນະນຳໃຫ້ພໍ່ຄ້າຊາວຂາຍ, ຮ້ານຄ້າຕ່າງໆ ໃຫ້ມີຈຸດບໍລິການເຈວລ້າງມື, ໃສ່ຜ້າອັດປາກ, ພ້ອມນີ້ ຍັງເປັນການລົງຕິດຕາມລາຄາສິນຄ້າ, ປະລິມານສິນຄ້າຕາມທ້ອງຕະຫຼາດ ບໍ່ໃຫ້ມີການເໜັງຕີງຈາກລາຄາເດີມ.

ພາຍຫຼັງອອກແຈ້ງການແລ້ວ ຈະໄດລົງແຈກຍາຍຕາມຮ້ານຄ້າຕ່າງໆ ແລະ ເຜີຍແຜ່ລຸລ່ວງໃຫ້ຮັບຮູ້ຢ່າງທົ່ວເຖິງ, ພະແນກ ອຄ ແຂວງ ຈະໄດ້ສົບທົບກັບຫ້ອງການ ອຄ ເມືອງ ລົງຕິດຕາມກວດກາສະພາບລາຄາສິນຄ້າຢູ່ພາຍໃນທ້ອງຕະຫຼາດຢ່າງໃກ້ຊິດ ຖ້າພົບເຫັນຈະໄດ້ດຳເນີນຕາມກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

About admins16