ການຄ້າແຂວງບໍລິຄຳໄຊ ລົງກວດກາຕິດລາຄາສິນຄ້າຢູ່ຕາມທ້ອງຕະຫລາດ

      ໃນຕອນເຊົ້າຂອງວັນທີ 26 ເມສາ 2021 ຢູ່ທີ່ຕະຫຼາດປາກຊັນໃໝ່ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສະຫະກຳ – ການຄ້າແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານ ໄດ້ລົງເຄື່ອນໄຫວຕິດຕາການເໜັງຕີງລາຄາສິນຄ້າປະເພດຕ່າງໆພາຍໃນຕະຫຼາດ.

 

       ໃນໄລຍະປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດ Covid-19 ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາຢ່າງເປັນປະຈຳ ໂດຍສະເພາະລົງເຜີຍແຜ່ແຈ້ງການດ່ວນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ໃນຂອບເຂດທົ່ວແຂວງບໍລິຄຳໄຊ, ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈແຈ້ງການຂອງລັດຖະບານ, ກະຊວງ ແລະ ຂອງແຂວງວາງອອກ ໂດຍສະເພາະຄຸ້ມຄອງລາຄາສິນຄ້າ ແນະນຳໃຫ້ພໍ່ຄ້າຊາວຂາຍ, ຮ້ານຄ້າຕ່າງໆ ໃຫ້ມີຈຸດບໍລິການເຈວລ້າງມື, ໃສ່ຜ້າອັດປາກ, ພ້ອມນີ້ ຍັງເປັນການລົງຕິດຕາມລາຄາສິນຄ້າ, ປະລິມານສິນຄ້າຕາມທ້ອງຕະຫຼາດ ບໍ່ໃຫ້ມີການເໜັງຕີງຈາກລາຄາເດີມ.

 

      ພາຍຫຼັງອອກແຈ້ງການແລ້ວ ກໍ່ໄດ້ລົງແຈກຍາຍຕາມຮ້ານຄ້າຕ່າງໆ ແລະ ເຜີຍແຜ່ລຸລ່ວງໃຫ້ຮັບຮູ້ຢ່າງທົ່ວເຖິງ, ພະແນກ ອຄ ແຂວງ ໄດ້ສົບທົບກັບຫ້ອງການ ອຄ ເມືອງ ລົງຕິດຕາມກວດກາສະພາບລາຄາສິນຄ້າຢູ່ພາຍໃນທ້ອງຕະຫຼາດຢ່າງໃກ້ຊິດ ຖ້າພົບເຫັນຈະໄດ້ດຳເນີນຕາມກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

ສຳລັບສະຖານີລົດຂົນສານໂດຍສານ ແມ່ນໄດ້ປິດບໍລິການຕັ້ງແຕ່ 22 ເມສາ 2021 ເປັນຕົ້ນມາ

About admins16