ບໍລິຄຳໄຊ ຈະເລັ່ງໃສ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ covid-19 ໃຫ້ເດັດຂາດທີ່ສຸດ

ກອງປະຊຸມເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮ້ອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານຂອງໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍລິຄຳໄຊ ເຫັນວ່າທົວແຂວງມີສູນຈຳກັດບໍລິເວນ ທັງໝົດ 7 ສູນ ມີຜູ້ຈຳກັດບໍລິເວນສະສົມ 1.156 ຄົນ ແລະ ມີໂຮງແຮມ 6 ແຫ່ງ ມີຜູ້ຈຳກັດບໍລິເວນສະສົມ 3.542 ຄົນ, ປະຈຸບັນມີຜູ້ຈຳກັດບໍລິເວນໃນສູນຕົວຈິງ 131 ຄົນ ແລະ ຢູ່ໂຮງແຮມຈຳນວນທັງໝົດ 237 ຄົນ, ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ທັງໝົດ 4.298 ຕົວຢ່າງ ໃນນັ້ນກວດພົບເຊື້ອ 1 ຄົນ ເປັນເພດຍິງ, ປະຊາຊົນບ້ານໂພນມຸງຄຸນ ເມືອງບໍລິຄັນ ເຊິ່ງເປັນກໍລະນີຄົນທີ 58 ຂອງປະເທດ, ປະຈຸບັນຜູ້ກ່ຽວໄດ້ເຂົ້າແຍກປ່ຽວປິ່ນປົວ ແລະ ຕິດຕາມອາການ ຢູ່ສູນປິ່ນປົວຂອງແຂວງ ແລະ ມີຜູ້ໃກ້ສິດສ່ຽງສູງ ຈຳນວນ 7 ຄົນ ໂດຍໄດ້ນຳເຂົ້າສູນຈຳກັດເພື່ອເກັບຕົວຢ່າງມາກວດແລ້ວ ໄດ້ໃຫ້ຈຳກັດບໍລິເວນ 14 ວັນ ຢ່າງເຂັ້ມງວດ.

 ສ່ວນປະຊາຊົນອ້ອມຂ້າງຄອບຄົວຜູ້ກ່ຽວ ທີ່ໄດ້ມີການພົວພັນກັບຄອບຄົວຜູ້ກ່ຽວ ໄດ້ມີການຈຳກັດບໍລິເວນຕາມມາດຕະການເຝົ້າລະວັງ ແລະ ເກັບຕົວຢ່າງສົ່ງຫ້ອງວິເຄາະ ເພື່ອກວດຫາເຊື້ອ ຈໍານວນ 67 ຕົວຢ່າງ ໃນ 2 ເມືອງຄື: ເມືອງປາກກະດິງ 22 ຕົວຢ່າງ ແລະ ເມືອງບໍລິຄັນ 45 ຕົວຢ່າງ ເຫັນວ່າຜົນກວດວິເຄາະຢັ້ງຢືນໃຫ້ຜົນລົບ ບໍ່ຕິດເຊື້ອ ພ້ອມດຽວກັນຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ຍັງໄດ້ສຸມໃສ່ສອບສວນກຸ່ມສ່ຽງ ຈາກກໍລະນີຄົນທີ 59 ຈຳນວນ 11 ຄົນ, ໄດ້ນຳໄປຈຳກັດບໍລິເວນຢູ່ສູນແຂວງບໍລິຄຳໄຊ 10 ຄົນ ແລະ ຢູ່ນະຄອນຫຼວງວຽງຈັນ 1 ຄົນ ແລະ ໄດ້ເກັບຕົວຢ່າງສົ່ງຫ້ອງວິເຄາະ ເພື່ອກວດຫາເຊື້ອ ປັດຈຸບັນຍັງລໍຖ້າຜົນກວດ.

ໃນກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮ້ອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ໂດຍສະເພາະແມ່ນບັນດາຂໍ້ຫ້າມຕ່າງໆ, ການປະຕິບັດລະບຽບຕໍ່ຜູ້ລະເມີດ, ການອຳນວຍຄວາມສະດວກ ໃຫ້ແຮງງານລາວ ທີ່ຕ້ອງການເດີນທາງກັບສູ່ປະເທດ, ການເພີ່ມທະວີປະຕິບັດພາລະບົດບາດ, ໜ້າທີ່ ຂອງພະແນກການ ແລະ ຂະແໜງການກ່ຽວຂ້ອງ, ການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອເຮັດໃຫ້ການສະກັດກັນຄວບຄຸມ ພະຍາດໂຄວິດ-19 ໄດ້ມີປະສິດທິພາບສູງສຸດ.

About admins14