ບໍລິຄຳໄຊ ເຜີຍແຜ່ກົດໝາຍວ່າດ້ວຍວຽກງານກາແດງລາວ

ໃນວັນທີ 30 ພະຈິກ 2020 ແຂວງບໍລິຄຳໄຊ ໄດ້ຈັດການເຜີຍແຜ່ພາລະບົດບາດ ແລະ ກົດໝາຍວ່າດ້ວຍວຽກງານກາແດງລາວ ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະແນກການອ້ອມຂ້າງ, ນາຍ ແລະ ພົນທະຫານ-ນາຍ ແລະ ພົນຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍວຽກງານກາແດງລາວ ທີ່ປະກອບດ້ວຍ 10 ພາກ, 65 ມາດຕາ ໂດຍໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ວຽກງານກາແດງລາວ, ພ້ອມດຽວກັນ ຍັງໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບ ໂຄງປະກອບການຈັດຕັ້ງຕ່າງໆ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແນ່ໃສ່ຮັບປະກັນໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ໄດ້ຢ່າງທັນການ ແລະ ທົ່ວເຖິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ອົງການກາແດງລາວ ແມ່ນການຈັດຕັ້ງທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ ເຈັດຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນສາກົນ, ວຽກງານກາແດງລາວ ແມ່ນການຊ່ວຍເຫຼືອດ້ານມະນຸດສະທຳ, ເປັນເຄື່ອງມື ແລະ ກົນໄກໜຶ່ງ ໃນການປະຕິບັດຫຼັກການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ມີຄວາມສົມດຸນ, ກົມກຽວ ແລະ ປອງດອງກັນໃນສັງຄົມ, ການເຄື່ອນໄຫວວຽກງານກາແດງ ແມ່ນຂວນການຈັດຕັ້ງປະຕິບັດ ທີ່ມີການເຂົ້າຮ່ວມຂອງສັງຄົມ ດັ່ງນີ້: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫຼ່ງທຶນ, ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ການພົວພັນຮ່ວມມືສາກົນ.

About admins14