ເມືອງວຽງທອງ ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ

 

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020 ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ ຂື້ນ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.

ຈຸດປະສົງການເຜີຍແຜ່ເຊື່ອມຊືມຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານທຸກຂະແໜງການ ແລະ ປະຊາຊົນບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ 6 ໄລຍະຜ່ານມາ, ຮູ້ຜົນການເລືອກຕັ້ງອົງຄະນະພັກແຂວງຄັ້ງທີ 7 ແລະ ເຂົ້າໃຈຢ່າງເລິກເຊີ່ງຕໍ່ທິດທາງແຜນການໃນໄລຍະປີ 2021-2025 ແລະ ແຜນພັດທະນາເສດທະກິດສັງຄົມ ຄັ້ງທີ່ 5 ປີ 2021-2025 ຂອງແຂວງ ພາຍໃຕ້ຄໍາຂັວນ ( ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ), ທັ້ງນີ້ ກໍ່ເພື່ອໃຫ້ສະມະຊິກພັກ, ພະນັກງານ ກຳໃຫ້ແໜ້ນແລ້ວນຳມາຜັນຂະຫຍາຍເປັນແຜນງານຂອງແຕ່ລະພາກສ່ວນ ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງ ຢ່າງມີປະສິດທິພາບສູງ.

 

About admin11