ເມືອງປາກຊັນ ແຂ່ງຂັນກິລາຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ

 

ເພື່ອເປັນສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃຫ້ມີຄວາມໝາຍ, ຄວາມສຳຄັນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ. ໃນລະຫວ່າງວັນທີ 26 – 27 ພະຈິກ 2020, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂະບວນການແຂ່ງຂັນກິລາພາຍໃນເມືອງຂຶ້ນ ຢູ່ເດີ່ນກິລາຂອງເມືອງ  ເຊິ່ງມີ 2 ປະເພດ ຄື : ກິລາບານເຕະຊາຍ-ຍີງ ແລະ ກິລາເປຕັງ.

ສຳລັບການແຂ່ງຂັນກິລາແຕ່ລະປະເພດ ນັກກິລາແມ່ນເປັນພະນັກງານລັດຖະກອນ ສັງກັດຢູ່ແຕ່ລະຂົງເຂດອ້ອມຂ້າງສຳນັກງານປົກຄອງເມືອງເຂົ້າຮ່ວມແຂ່ງຂັນ, ກິລາບານເຕະຊາຍມີທັງໝົດ 4 ທີມ ຄື : ຂົງເຂດພັກ-ພະນັກງານ, ຂົງເຂດເສດຖະກິດ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດຕຸລາການ, ບານເຕະຍິງ ມີ 2 ທີມ ຄື : ທີມການນຳສະຫະພັນແມ່ຍີງເມືອງປາກຊັນ ແລະ ສະຫະພັນແມ່ຍີງໂຮງຮຽນແຕ່ງທອງ.

ຜ່ານການແຂ່ງຂັນບານເຕະຊາຍ ຊະນະເລີດ: ຂົງເຂດເສດຖະກິດ, ຮອງຊະນະເລີດ:  ຂົງເຂດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ອັນດັບທີ 3: ຂົງແຂດພະນັກງານ ແລະ ອັນດັບທີ 4: ຂົງເຂດຕຸລາການ.

ບານເຕະຍິງຊະນະເລີດ ໄດ້ແກ່: ສະຫະພັນແມ່ຍິງໂຮງຮຽນແຕ່ງທອງ, ຮອງຊະນະເລີດແມ່ນທິມການນໍາສະຫະພັນແມ່ຍິງເມືອງປາກຊັນ.

ສ່ວນການແຂ່ງຂັນກິລາເປຕັງ (ປະເພດທີມຄູ່) ໄດ້ຈັດຂຶ້ນຢູ່ເດີ່ນເປຕັງ ຮ້ານປີ້ງແບ້ ທ່ານ ຄຳດີ ບ້ານ ສີວິໄລ, ເຊິ່ງມີທັງໝົດ 56 ທີມ, ທີມຍີງ 24 ທີມ ແຂ່ງຂັນເເບບຄັດອອກໃນແຕ່ລະປະເພດ, ຜ່ານການແຂ່ງຂັນ ສາມາດສະຫຼຸບຜົນໄດ້ ດັ່ງນີ້: ເປຕັງຊາຍ ອັນດັບທີ 1: ທີມ ປ.ກ.ສ ເມືອງປາກຊັນ I, ອັນດັບທີ 2: ປ.ສ.ກ ເມືອງ II ແລະ ອັນດັບທີ 3 ຮ່ວມ: ປ.ກ.ສ ເມືອງ III ແລະ ຫ້ອງການພາຍໃນເມືອງ. ເປຕັງຍິງ ທີ 1: ມໍຕົ້ນໂພສີ, ທີ 2: ສຶກສາເມືອງ, ທີ 3 ຮ່ວມ: ຫ້ອງການສາທາ ແລະ ຫ້ອງການແຜນການເມືອງ. ໃຫ້ກຽດມອບຂັນລາງວັນການແຂ່ງຂັນກິລາຄັ້ງນີ້ ໂດຍ ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້້າເມືອງປາກຊັນ ແລະ ການນຳຂອງເມືອງ ຜັດປ່ຽນກັນຂຶ້ນມອບແຕ່ລະປະເພດ.

ສຳລັບປະເພດລາງວັນແຕ່ລະປະເພດ ລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4 ແສນກີບ, ລາງວັນທີ 2 ໄດ້ຮັບເງິນສົດ 3 ແສນກີບ, ລາງວັນທີ 3 ໄດ້ຮັບເງິນສົດ 2 ແສນກີບ ແລະ ລາງວັນທີ 4 ໄດ້ຮັບເງິນສົດ 1 ແສນກີບ.

About admins16