ສໍາເລັດຢ່າງຈົບງາມ ງານແຂ່ງຂັນປະກວດບົດກະວີ – ບົດເພງ ແລະ ນັກຮ້ອງສຽງດີ ປະຈໍາປີ 2022

ໃນຕອນຄ່ຳຂອງວັນທີ 27 ພະຈິກ 2022 ມື້ສຸດທ້າຍຂອງງານແຂ່ງຂັນປະກວດບົດກະວີ – ບົດເພງ ແລະ ນັກຮ້ອງສຽງດີ ທີ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນປະທານຈັດງານໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະຈັດງານແຂ່ງຂັນ, ການນຳຂອງແຂວງ, ເມືອງ, ພະນັກງານລັດຖະກອນ ຕະຫຼອດຮອດມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.

ການປະກວດນັກຮ້ອງສຽງດີ ໄດ້ແບ່ງອອກເປັນ 2 ລຸ້ນ ຄື: ລຸ້ນນັກຮຽນຊັ້ນມັດທະຍົມມໍຕົ້ນ ແລະ ມໍປາຍ ມີຜູ້ສະໝັກເຂົ້າຮ່ວມແຂ່ງຂັນປະກວດ 17 ນ້ອງ, ຍິງ 7 ນ້ອງ, ໄດ້ຄັດເຂົ້າຮອບຊິງຊະນະເລີດ 7 ນ້ອງ ແລະ ລຸ້ນນັກຮ້ອງທົ່ວໄປ ມີຜູ້ສະໝັກເຂົ້າປະກວດ 26 ທ່ານ, ຍິງ 8 ທ່ານ, ໄດ້ຄັດເລືອກເຂົ້າຮອບຊິງຊະນະເລີດ 10 ທ່ານ.

ໃນຮອບຊິງຊະນະເລີດ ບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີຜູ້ຊົມ, ກອງເຊຍ ແລະ ມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມຢ່າງຟົດຟື້ນ, ໃນການແຂ່ງຂັນຜູ້ເຂົ້າປະກວດ ຕ່າງກໍ່ສະແດງຄວາມສາມາດຂອງຕົນຢ່າງເຕັມທີ່ ຜ່ານບົດເພງທີ່ອ່ອນຊ້ອຍ, ນໍ້າສຽງທີ່ເປັນເອກະລັກ ແລະ ເນື້ອໃນບົດເພງທີ່ມີຄວາມອຸດົມສົມບູນ ສະແດງເຖິງວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກຂອງແຂວງ, ຂອງຊາດ ແລະ ຂອງບັນດາເຜົ່າ.

ຜ່ານການແຂ່ງຂັນລຸ້ນນັກຮຽນຊັ້ນມັດທະຍົມມໍຕົ້ນ ແລະ ມໍປາຍ ລາງວັນຊະນະເລີດ ຕົກເປັນຂອງທ້າວ ກ໋ອບປີ່ ອ່ອນນຸວົງ ໂຮງຮຽນມັດທະຍົມສົມບູນສົງມົງຄູນ ເມືອງບໍລິຄັນສົ່ງເຂົ້າປະກວດ ໃນບົດເພງຄອຍນ້ອງມາຢາມ, ອັບດັບ 2 ນາງ ປາວີນາ ໂພທິລາດ ໂຮງຮຽນມໍປາຍປາກຊັນ ສົ່ງເຂົ້າປະກວດ ໃນບົດເພງໜຶ່ງດວງໃຈບໍລິຄໍາໄຊ ແລະ ອັນດັບ 3 ນາງ ເພັດມະນີ ໄຊຍະວົງ ໂຮງຮຽນມັດຕົ້ນໂພສີ ສົ່ງເຂົາປະກວດ ໃນບົດເພງຄອຍອ້າຍມາຢາມ, ໃຫ້ກຽດມອບລາງວັນໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ.

ການແຂ່ງຂັນລຸ້ນນັກຮ້ອງທົ່ວໄປ ລາງວັນຊະນະເລີດ ຕົກເປັນຂອງທ້າວ ວົງເດືອນ ວົງໄກສອນ ເມືອງທ່າພະບາດສົ່ງເຂົ້າປະກວດ ໃນບົດເພງກ້ຽວສາວບໍລິຄຳໄຊ, ອັບດັບ 2 ທ້າວ ຫວັນ ສີທະນຸສິນ ເຮືອນລໍມະນີ ຈໍາໜ່າຍຜະລິດຕະພັນເຜົ່າເມີ້ຍ ສົ່ງເຂົ້າປະກວດ ໃນບົດເພງບ່າວປາກຊັນ ແລະ ອັນດັບ 3 ທ້າວ ຄໍາສຸກ ສຸລິຍາ ບ້ານຊະນະໄຊ ເມືອງປາກຊັນ ສົ່ງເຂົ້າປະກວດ ໃນບົດເພງເຊີນທ່ຽວບໍລິຄຳໄຊ, ໃຫ້ກຽດມອບລາງວັນໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ສຳລັບລາງວັນແຕ່ລະອັນດັບ ມີຄື: ລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ, ທີ 2 ຂັນ 1 ໜ່ວຍ ພ້ອມເງິນສົດ 1.200.000 ກີບ ແລະ ທີ 3 ຂັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ.

ການແຂ່ງຂັນປະກວດບົດກະວີ – ບົດເພງ ແລະ ນັກຮ້ອງສຽງດີຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 47 ປີ ໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນ ທັງເປັນການປຸກລະດົມຂະບວນການອະນຸລັກ ແລະ ສົ່ງເສີມສິລະປະວັນນະຄະດີ, ສົ່ງເສີມຜູ້ມີຫົວຄິດ ປະດິດສ້າງ, ມີຄວາມຮູ້ຄວາມສາມາດ, ມີພອນສະຫວັນ ຢູ່ພາຍໃນແຂວງໄດ້ມີການພັດທະນາ ແລະ ປະກອບສ່ວນເຂົ້າໃນຂະບວນການລວມຂອງແຂວງ ໃຫ້ມີຫລາກຫລາຍສີສັນຍິ່ງໆຂຶ້ນ.

About admins14