ບໍລິຄຳໄຊ ເຊືອດເອົາຊະນະ ອັດຕະປື 1 ປະຕູ ຕໍ່ 0 ໃນເກມອຸ່ນເຄື່ອງ

ເນື່ອງໃນໂອກາດ ການກະກຽມເຂົ້າຮ່ວມງານແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ຈະໄດ້ຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງວັນທີ 5 ພະຈິກ 2020 ຢູ່ເດີ່ນກິລາເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນບານເຕະມິດຕະພາບ ນັດອຸ່ນເຄື່ອງ ລະຫວ່າງ ທີມແຂວງບໍລິຄຳໄຊ ເຈົ້າພາບ ຕ້ອນຮັບທີມແຂວງອັດຕະປືໂດຍໃຫ້ກຽດເຂົ້າຮ່ວມຮັບຊົມເປັນກຳລັງໃຈແກ່ນັກກິລາບານເຕະທັງ 2 ທີມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້້າແຂວງບໍລິຄຳໄຊ, ມີທ່ານ ເພັດມີໄຊ ຄຳພັກດີ ປະທານສະຫະພັນບານເຕະແຂວງອັດຕະປື, ຄະນະບໍລິຫານງານສະຫະພັນ, ບັນດາຄະນະນຳ, ຄູຝຶກ ພ້ອມດ້ວຍນັກກິລາທັງ 2 ຝ່າຍ ແລະ ບັນດາຜູ້ຊົມຜູ້ເຊຍ ເຂົ້າຮ່ວມ.

ການແຂ່ງຂັນ ໃນເຄິ່ງເວລາທຳອິດ ນັກກິລາທັງ 2 ທີມ ແມ່ນໄດ້ຫຼີ້ນຕາມເກມ ທີ່ຄູຝຶກແຕ່ລະທິມ ໄດ້ວາງແຜນເອົາໄວ້ ໂດຍມີທັງເກມບຸກ, ເກມຕັ້ງຮັບ ແລະ ມີຈັງຫວະຍິງປະຕູຂອງກັນ ແລະ ກັນຫລາຍຄັ້ງ ແຕ່ກໍ່ບໍ່ສາມາດທຳປະຕູໄດ້ ຈົບເກມເຄີ່ງເວລາທຳອິດ ຈຶ່ງສະເໝີກັນ 0 ຕໍ່ 0.

ໃນເຄິ່ງເວລາທີ 2 ແຕ່ລະທິມ ກໍ່ໄດ້ມີການປັບປ່ຽນຕຳແໜ່ງຜູ້ຫລີ້ນ ແລະ ຈັດວາງເກມໃໝ່, ການແຂ່ງຂັນໄປໄດ້ພຽງ 6 ນາທີ ເທົ່ານັ້ນ ທີມເຈົ້້າພາບແຂວງບໍລິຄຳໄຊ ກໍ່ສາມາດຍິງປະຕູຂຶ້ນນຳກ່ອນ 1 ປະຕູຕໍ່ 0 ຈາກການຍິງລູກໄໝດ້ານໜ້າເຂດໂທດ ໄລຍະ 35 ແມັດ, ຫລັງຈາກນັ້ນ, ເກມທັງ 2 ທີມ ກໍ່ຍີງມີສີສັນຫຼາຍຂຶ້ນ ເຮັດໃຫ້ຜູ້ຊົມຜູ້ເຊຍປະທັບໃຈທັງ 2 ທີມ, ແຂວງອັດຕະປືກໍ່ພະຍາຍາມທີ່ຈະຍີງທັບໄຂ່ແຕກຫລາຍຄັ້ງ ແຕ່ກໍ່ຖືກຜູ້ຮັກສາປະຕູແຂວງບໍລິຄຳໄຊປ້ອງກັນໄວ້ໄດ້ ແລະ ກໍ່ພາດໂອກາດໄປຢ່າງໜ້າເສຍດາຍ, ຈົບເກມການແຂ່ງຂັນ 90 ນາທີ ທີມແຂວງບໍລິຄຳໄຊ ຊະນະທີມແຂວງອັນຕະປື ແບຫວຸດຫວິດ 1 ປະຕູຕໍ່ 0.

ການຈັດແຂ່ງຂັນມິດຕະພາບນີ້ ກໍ່ເພື່ອເປັນການທົດສອບ, ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມະຄີ, ໄມຕີຈິດ, ມິດຕະພາບ ລະຫວ່າງ ນັກກິລາ 2 ແຂວງ ທີ່ກະກຽມຄວາມພ້ອມເຂົ້້າຮ່ວມແຂ່ງຂັນເຕະບານ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເຊິ່ງຈະເລີ່ມຂຶ້ນແຕ່ ວັນທີ 6 ຫາ ວັນທີ 22 ພະຈິກ 2020 ນີ້ ທີ່ນະຄອນຫລວງວຽງຈັນ.

ສຳລັບການແບ່ງສາຍ ແຂວງບໍລິຄຳໄຊ ຈັດຢູໃນສາຍ : ງໍ, ປະກອບມີ ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງບໍລິຄຳໄຊ.

About admins16