ຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ໄດ້ຮັບນາມມະຍົດ 4 ບຸກ

ໃນຕອນບ່າຍຂອງວັນທີ 6 ພະຈິກ 2020 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນຊາວໜຸ່ມ 4 ບຸກຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ລັດຕະນະ ພະສະຫວັດ ເລຂາຊາວໜຸ່ມຮາກຖານໂຮງໝໍແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ສະຫາຍ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຊາວໜຸ່ມຮຽກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2019 ແລະ ທິດທາງແຜນການປີ 2020 ເຫັນວ່າຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ຈັດຕັ້ງປະຕິບັດຖືກຕ້ອງຕາມເງື່ອນໄຂມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດຍາດໄດ້ຜົນງານແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ໄດ້ 90%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 91%, ດ້ານການຈັດຕັ້ງ 91,5% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ 90,5%.

ໂອກາດດຽວກັນ ສະຫາຍ ວັນນະສິນ ສອນວິໄລ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານຊາວໜຸ່ມພະແນກສາທາລະນະສຸກແຂວງ ແລະ ສະຫາຍ ຈັນທອນ ຄູຫາເທບ ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ 8 ໜ່ວຍທີ່ຂຶ້ນກັບ.

ໃນຕອນທ້າຍ ສະຫາຍຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະ ແລະ ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ກໍ່ຄືແຜນການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ປະຈຳປີ 2020 ໂດຍຕິດພັນກັບໜ້າທີ່ວິຊາສະເພາະ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins16