ຊາວໜຸ່ມອາສາເມືອງວຽງທອງປຸກເຮືອນໃຫ້ຄອບຄົວອານາຖາ


ເພື່ອແບ່ງເບົາທາງດ້ານທີ່ຢູ່ອາໃສ ໃຫ້ແກ່ຄອບຄົວອານາຖາ ຄື: ຄອບຄົວຂອງ ທ້າວ ຈ່ອຍ ຢູ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ເຊີ່ງຜູ້ກ່ຽວເປັນຄົນພິການ ທີ່ຢູ່ອາໃສບໍ່ແໜ້ນໜາຖາວອນ, ດັ່ງນັ້ນ ມາໃນວັນທີ 5 ພະຈິກ 2020 ທີມງານຊາວໜຸ່ມອາສາທົ່ວເມືອງວຽງທອງ ຈຶ່ງໄດ້ລະດົມກັນ ປຸກເຮືອນຫຼັງໃໝ່ ພ້ອມທັງສ້າງຫ້ອງນໍ້າໃຫ້ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີເລຂາຊາວໜຸ່ມເມືອງ ແລະ ຊາວໜຸ່ມອາສາທຸກຂົງເຂດ ເຂົ້າຮ່ວມ.

ການສ້າງເຮືອນຫຼັງໃໝ່ດັ່ງກ່າວ ແມ່ນມີຂະໜາດ 5×6 ແມັດ, ມຸງດ້ວຍສັງກະສີ, ແອ້ມດ້ວຍແປັນ, ໄດ້ຕິດຕັ້ງໄຟຟ້າພາຍໃນເຮືອນ ແລະ ສ້າງຫ້ອງນໍ້າ 1 ຫ້ອງ, ວັດຖຸອຸປະກອນທີ່ນໍາມາປຸກເຮືອນໃນຄັ້ງນີ້ ແມ່ນໄດ້ລະດົມນໍາບັນດານັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າ-ຊາວຂາຍ ແລະ ການຊ່ວຍເຫຼືອຈາກເມືອງ ເຊີ່ງຄິດເປັນມູນຄ່າທັງໝົດ 12 ລ້ານກ່ວາກີບ. ພາຍຫຼັງສ້າງສໍາເລັດ ກໍ່ໄດ້ມອບໃຫ້ຜູ້ກ່ຽວພ້ອມດ້ວຍຄອບຄົວເປັນຜູ້ຢູ່ອາໃສ ແລະ ປົກປັກຮັກສາຕໍ່ໄປ.

About admin11