ບໍລິຄຳໄຊ ເຂົ້າຮ່ວມເວທີສົນທະນາ “ລາວ-ຈີນ ຮ່ວມຊາຕາກໍາ ກ້າວເດີນໄປໜ້າອີກຄັ້ງໃໝ່”

ໃນວັນທີ 9 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະຖານີວິທະຍຸໂທລະພາບສູນກາງ ສປ ຈີນ ປະຈໍາ ລາວ ໄດ້ຈັດເວທີສົນທະນາໃນຫົວຂໍ້: “ລາວ-ຈີນ ຮ່ວມຊາຕາກໍາ ກ້າວເດີນໄປໜ້າອີກຄັ້ງໃໝ່” ໃນຮູບແບບເຊິ່ງໜ້າ ແລະ ຜ່ານອອນລາຍ ພາຍໃຕ້ການເຂົ້າຮ່ວມພິທີຂອງ ທ່ານ ສະຫວັນຄອນ ລາຊະມົນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າ ວິທະຍຸ-ໂທລະພາບ ສູນກາງ ສປ ຈີນ ປະຈຳລາວ ມີຫົວໜ້າບັນນາທິການຂ່າວ, ສື່ມວນຊົນ ຂັ້ນສູນກາງ ແລະ ແຂວງທົ່ວປະເທດ ເຂົ້າຮ່ວມ, ສໍາລັບແຂວງບໍລິຄໍາໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຄະນະບັນນາທິການຂ່າວຂອງວົງການສື່ມວນຊົນແຂວງເຂົ້າຮ່ວມ.

ເວທີສຳມະນາ “ລາວ-ຈີນ ຮ່ວມຊາຕາກໍາ ກ້າວເດີນໄປໜ້າອີກຄັ້ງໃໝ່” ໄດ້ສະເໜີຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຫາກໍ່ສິ້ນສຸດລົງ ເຊີ່ງເປັນບາດກ້າວຂອງການເຄື່ອນໄຫວໃຫ້ປະເທດຈີນຕໍ່ເວທີສາກົນ ເພື່ອບັນລຸເປົ້າໝາຍສູ້ຊົນຮອບ 100 ປີ ໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ທັງໄດ້ສະໜອງໂອກາດສຳຄັນໃຫ້ແກ່ປະຊາຄົມໂລກ, ການຊອກຮູ້ການປົກຄອງປະເທດ ແລະ ການຄຸ້ມຄອງລັດຂອງພັກກອມມູນິດຈີນ.

ເພື່ອເປັນການເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ, ເຊິ່ງຜົນສຳເລັດດັ່ງກ່າວບໍ່ພຽງແຕ່ເປັນຂອງພັກ, ປະເທດຊາດ ແລະ ປະຊາຊາດຈີນ ເທົ່ານັ້ນ, ຫາກຍັງເປັນຜົນສໍາເລັດຂອງມວນມະນຸດຊາດ ທີ່ຮັກຫອມສັນຕິພາບ ໂດຍສະເພາະ ລາວ-ຈີນ ແມ່ນຄູ່ຮ່ວມຊະຕາກຳດຽວກັນ, ຍິ່ງຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ໃນຍຸກຂໍ້ມູນຂ່າວສານ ທີ່ວິທະຍາສາດເຕັກນິກມີການພັດທະນາຢ່າງວ່ອງໄວ, ສື່ມວນຊົນ ໂດຍສະເພາະແມ່ນສື່ມວນຊົນທາງການ ຍິ່ງມີບົດບາດອິດທິພົນພົ້ນເດັ່ນກວ່າຍາມໃດໝົດ ໃນການນໍາສະເໜີຂ່າວຄວາມເປັນຈິງ ປະເທດລາວ ແລະ ປະເທດຈີນ ມີດິນແດນຕິດຕໍ່ກັນ, ມີລະບຽບການ, ວັດທະນະທຳ ກໍ່ມີຈຸດຄ້າຍຄືກັນ, ສະນັ້ນ ການຮ່ວມມືດ້ານສື່ມວນຊົນ ແມ່ນມີພື້ນຖານໜັກແໜ້ນ ແລະ ມີທ່າແຮງທີ່ດີ ທີ່ສື່ມວນຊົນຂອງທັງສອງປະເທດ ລາວ-ຈີນ ຈະຊຸກຍູ້ໜູນກັນລະຫວ່າງສອງພັກ, ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຈີນ ໃຫ້ດີກວ່າເກົ່າ ເພື່ອໃຫ້ມິດຕະພາບອັນເປັນມູນເຊື້ອ ແລະ ນ້ຳໃຈຄູ່ຮ່ວມຊະຕາກຳ ລະຫວ່າງສອງປະເທດ ກ້າວໄປຢ່າງບໍ່ຢຸດຢັ້ງ.

About admins14