ຄຳເກີດ ຕີລາຄາການນຳພາ-ຊີ້ນຳກາງສະໄຫມ ຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ອົງຄະນະພັກເມືອງ

ໃນວັນທີ 8 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ໄດ້ດໍາເນີນກອງປະຊຸມສະຫຼູບຕີລາຄາການນຳພາ-ຊີ້ນຳກາງສະໄຫມຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ອົງຄະນະພັກເມືອງຄຳເກີດ ໂດຍເປັນໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຈັກຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ສະຫາຍ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຄຳເກີດ, ມີຄະນະບໍລິຫານງານພັກເມືອງ, ພະນັກງານອາວຸໂສບໍານານ,  ເລຂາຄະນະພັກຮາກຖານ, ເລຂາຫນ່ວຍພັກບ້ານ ທົ່ວເມືອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼູບການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກາງສະໄໝ ແລະ ທິດທາງຮອດທ້າຍສະໄໝກອງປະຊຸມ ທ່ານໃຫ້ຮູ້ວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ວິທະຍາສາດ, ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 2 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນ, ປັບປຸງກໍາລັງກອງຫຼອນໄດ້ 13 ບ້ານ. ດ້ານການພັດທະນາເສດຖະກິດຂະຫຍາຍຕົວສະເລ່ຍ 7,8% ຕໍ່ປີ, ການພັດທະນາພື້ນຖານໂຄງລ່າງຕິດພັນກັບການຈັດສັນອາຊີບຄົງທີ່ ໄດ້ລະດົມທຸກແຫຼ່ງທຶນເຂົ້າຮ່ວມການພັດທະນາເມືອງ, ສ້າງປະຖົມປັດໃຈທຸກທ່າແຮງສາມາດປະກາດເປັນເມືອງພົ້ນທຸກ, ການນໍາໃຊ້ບັນດາເຕັກນິກ-ວິທະຍາສາດ ເຂົ້າໃນການຜົນຜະລິດກໍ່ມີທ່າແຮງດີຂື້ນ ດ້ານການພັດທະນາວັດທະນະທຳ-ສັງຄົມໄດ້ສູມໃສ່ການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ການຈັດຕັ້ງປະຕິບັດຄາດໝາຍ 15 ຕົວຊີ້ບອກ ບັນລຸແລ້ວ 05 ຕົວຊີ້ບອກ, ການຈັດຕັ້ງປະຕິບັດຄາດໝາຍການພັດທະນາແບບຍືນຍົງ (SDGs) ມີ 11 ຕົວຊີ້ບອກ ບັນລຸ 9 ຕົວຊີ້ບອກ, ສ້າງຄອບຄົວວັດທະນາທໍາໄດ້ 78% ແລະ ບ້ານວັດທະນາທໍາກວມ 100%.

ຄຽງຄູ່ກັນນັ້ນດ້ານລາຍຮັບທຽບຖານ (GDP) ຂອງເມືອງ ມາຮອດປະຈຸບັນບັນລຸ 2.494 ຕື້ກວ່າກີບ ເທົ່າກັບ 43,54%, ສະເລັ່ຍລາຍຮັບໃສ່ຫົວຄົນ 16,5 ລ້ານກວ່າກີບຕໍ່ຄົນຕໍ່ປີ, ການເກັບລາຍຮັບເຂົ້າງົບປະມານບັນລຸ 22,1 ຕື້ກວ່າກີບ ເທົ່າກັບ 30,74%, ການຄຸ້ມຄອງລາຍຈ່າຍຢູ່ໃນລະດັບ 101,89 ຕື້ກວ່າກີບ ແລະ ຂາດດູນ 79,7 ຕື້ກວ່າກີບ. ຫົວໜ່ວຍທຸລະກິດພາຍໃນເມືອງ ເພີ່ມຂຶ້ນ 252 ຫົວໜ່ວຍ ເທົ່າກັບ 35,50%, ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງບັນລຸ 448,70 ຕື້ກວ່າກີບ ປະຕິບັດໄດ້ 21%, ມູນຄ່າຂາຍຍ່ອຍປະຕິບັດໄດ້ 491,04 ຕື້ກວ່າກີບ ເທົ່າກັບ 9,84%, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ODOP ໄດ້ຮັບກາໝາຍ 3 ຫົວໜ່ວຍ ເທົ່າກັບ 100% ຂອງແຜນການ. ສົ່ງເສີມວິສາຫະກິດຂາດໜາດນ້ອຍ-ກາງໄດ້ 18 ຄອບຄົວ (SME) ເຂົ້າເຖິງແຫຼ່ງທຶນແມ່ນ 15 ຄອບຄົວ. ຜະລິດເຂົ້າເປືອກໄດ້ 29.450 ໂຕ່ນ, ສະເລ່ຍຫົວຄົນໄດ້ 389 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 98,48% ຂອງແຜນການ, ເນື້ອທີ່ນາປີ 6.893 ເຮັກຕ່າ, ນາແຊງ 165,2 ເຮັກຕ່າ ນາສັກ 216 ເຮັກຕ່າ, ປູກມັນຕົ້ນ 4.708 ເຮັກຕ່າຕໍ່ປີ ເທົ່າກັບ 78,63%, ສາລີ 564 ເຮັກຕ່າຕໍ່ປີ  38,25%, ຖົ່ວດິນ 59 ເຮັກຕ່າຕໍ່ປີ 100%, ປູກພືດຕ່າງໆໄດ້ 8.889 ເຮັກຕ່າຕໍ່ປີ, ການກໍ່ສ້າງຊົນລະປະທານໄດ້ 1 ແຫ່ງ ແລະ ສ້ອມແປງ 1 ແຫ່ງ ມູນຄ່າ 846 ລ້ານກວ່າກີບ. ມີຕາຂ່າຍໄຟຟ້າເຂົ້າເຖິງ 62 ບ້ານ ກວມ 100% ແລະ ມີຄອບຄົວຊົມໃຊ້ໄຟຟ້າ ເທົ່າກັບ 97,96% ຂອງແຜນການ, ການສື່ສານໄດ້ຮັບການປັບປຸງ ແລະ ບໍລິການພາຍໃນເມືອງ ສັນຍານໂທລະສັບກວມ 100% ຂອງພື້ນທີ່ທົ່ວເມືອງ. ການລົງທຶນຂອງລັດປະຕິບັດໄດ້ 41 ໂຄງການ ເທົ່າກັບ 29,28% ຂອງແຜນການ, ມູນຄ່າ 70,33 ຕື້ກວ່າກີບ ເທົ່າກັບ 49,73%, ການລົງທຶນຂອງເອກະຊົນພາຍໃນ, ຕ່າງປະເທດ ແລະ ການຊ່ວຍເຫຼືອລ້າປະຕິບັດໄດ້ 38 ໂຄງການ ມູນຄ່າ 20,8 ຕື້ກວ່າກີບ. ກໍ່ສ້າງ-ສ້ອມແປງເສັ້ນທາງ 26 ເສັ້ນ ແລະ ຂົວ 1 ແຫ່ງ ໃນນັ້ນ, ປະຊາຊົນສົມທົບທຶນ 490 ລ້ານກວ່າກີບ ແລະ ກໍ່ສ້າງຫ້ອງການບ້ານໄດ້ 10 ບ້ານ ເທົ່າກັບ 58,82% ຂອງແຜນການ.

About admins14