ພະແນກຖະແຫຼງຂ່າວ ເຜີຍແຜ່ເຊື່ອມຊຶມ ເອກະສານປະເມີນຜົນພະນັກງານ – ລັດຖະກອນ

ກອງປະຊຸມ ເຜີຍແຜ່ເອກະສານປະເມີນຜົນພະນັກງານ – ລັດຖະກອນ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ທ່ານ ສົນທອງ ວີບູນກວາງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ດໍາລັດ ເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານລັດຖະກອນ ໂດຍໄດ້ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ – ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ແນ່ໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ພ້ອມນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ VII, ແຈ້ງການເພີ່ມທະວີການຄຸ້ມຄອງ ແລະ ສະກັດກັ້ນການປູກ, ການຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ ພືດທີ່ມີສີ່ງເສບຕິດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ບົດແນະນໍາ ການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີການແນະນໍາພາຂອງພັກ ຕໍ່ວຽກງານວັດທະນະທຳໄລບະໃໝ່.

About admins14