ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ

ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ, ມີການນຳຂອງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ພະນັກງານອາວຸໂສບຳນານ ແລະ ສະມາຊິກແມ່ຍິງ ຈາກແມ່ຍິງຮາກຖານພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ດ້ວຍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານແມ່ຍິງ ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ.

ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຊິ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພະລະກິດຕໍ່ສູ້ປົດປ່ອຍປະເທດຊາດຂອງພັກ ເປັນຕົ້ນແມ່ນການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍແລ້ວ ສະຫະພັນແມ່ຍິງລາວ ຍັງໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດຖະບານແຕ່ລະໄລຍະ.

ຫຼັງຈາກນັ້ນ ທ່ານປະທານຍັງໄດ້ຍົກບາງຜົນງານພົ້ນເດັ່ນ ທີ່ສະຫະພັນແມ່ຍິງແຂວງບໍລິຄຳໄຊຍາດມາໄດ້ໃນ 1 ປີຜ່ານມາ ເປັນຕົ້ນແມ່ນ ໄດ້ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ບັນດານິຕິກຳຕ່າງໆຢ່າງເປັນປະຈຳ ແລະ ກວ້າງຂວາງ, ໃຫ້ຄຳປຶກສາການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດໄດ້ 44 ຄັ້ງ, ປະສານສົມທົບ ແລະ ເກັບຂໍ້ມູນ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ 7 ຄັ້ງ, ສົມທົບກັບພາກສ່ວນກ່ຽວຂ້ອງ ມອບເຄື່ອງອຸປະໂພກໃຫ້ສະມາຊິກສະຫະພັນແມ່ຍິງຂັ້ນບ້ານ ໃນ 7 ຕົວເມືອງ, ຄະນະຮາກຖານ, ໜ່ວຍແມ່ຍິງ ອ້ອມຂ້າງແຂວງ ແລະ ມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວ ສະຫະພັນແມ່ຍິງຜູ້ເສຍຊີວິດ ລວມທັງໝົດ 649.169.000 ກີບ ແລະ ວຽກງານອື່ນໆ ກໍ່ໄດ້ຮັບຄວາມເອົາໃຈໃສ່, ຖືກຈັດຕັ້ງປະຕິບັດດ້ວຍຜົນສຳເລັດ.

ໂອກາດນີ້ ທ່ານ ວັນວິໄລ ແດນພູຫຼວງ ໄດ້ຕາງໜ້າໃຫ້ການນຳຂອງແຂວງ ມອບກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ໃຫ້ສະຫະພັນແມ່ຍິງແຂວງບໍລິຄຳໄຊ ເພື່ອເປັນການອວຍພອນເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ຄະນະສະຫະພັນແມ່ຍິງແຂວງ ຍັງໄດ້ຂອບຂອງຂວັນໃຫ້ພະນັກງານອາວຸໂສບຳນານ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ ແລະ ຄວາມເສຍສະຫຼະ ຂອງພະນັກງານອາວຸໂສບຳນານ ທີ່ມີຕໍ່ປະເທດຊາດໃນແຕ່ລະໄລຍະ.

About admins14