ຊາວໜຸ່ມກອງບັນຊາການທະຫານແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນວັນທີ 14 ກໍລະກົດ 2021 ຢູ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັທ ບົວທອງ ເພຍແກ້ວ ຄະນະປະຈຳຊາວໜຸ່ມແຂວງ, ເລຂາພະແນກຊາວໜຸ່ມກອງບັນຊາການທະຫານແຂວງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພັທ ບຸນຍັງ ລໍສິມມາ ຄະນະພັກກອງບັນຊາການທະຫານແຂວງ ມີແຂກຖຶກເຊີນ, ຊາວໜຸ່ມຮຽກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການຄາດໝາຍສູ້ຊົນໃນປີ 2021 ເຫັນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ, ຄະນະບັນຊາ, ຄະນະບໍລິຫານງານຊາວໜຸ່ມແຂວງ, ພະແນກຊາວໜຸ່ມດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານ ດັ່ງນີ້: ບຸກດ້ານການເມືອງ-ແນວຄິດ ຕີລາຄາໄດ້ 91,06%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 89,09%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 88,94%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 89,14%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ພະແນກຊາວໜຸ່ມດັ່ງກ່າວ ໂອກາດຽວກັນນີ້ ສະຫາຍ ທະນູວັນ ວົງມະນີ ກໍໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ແລະ ມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ, ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14