ບໍລິຄຳໄຊ ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2020-2021

ພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2020-2021 ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການພາຍໃນແຂວງ, ຄູ-ອາຈານ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສອບເສັງ ເຂົ້າຮ່ວມ.

ທ່ານ ລົມ ແພງສຸກ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມການສອບເສັງຈົບຊັ້ນ ໃນສົກປີ 2020-2021 ວ່າ: ທົ່ວແຂວງມີນັກສອບເສັງຈົບຊັ້ນມັດທະຍົມສຶກສາສາຍສາມັນທັງໝົດ 7.076 ຄົນ ຍິງ 3.389 ຄົນ.

ໃນນັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ແບ່ງເປັນ 21 ສູນສອບເສັງ ມີ  212 ຫ້ອງ ມີນັກສອບເສັງທັງໝົດ 4.228 ຄົນ ຍິງ 2.072 ຄົນ, ສະເລ່ຍ ຫ້ອງລະ 13-23 ຄົນ ມີ 6 ວິຊາສອບເສັງ ຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ-ທຳມະຊາດ, ວິທະຍາສາດ-ສັງຄົມ, ສຶກສາພົນລະເມືອງ ແລະ ວິຊາພາສາອັງກິດ. ເຊິ່ງຈະໄດ້ເລີ່ມການສອບເສັງແຕ່ວັນທີ 21 – 23 ກໍລະກົດ 2021.

ສຳລັບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີ 11 ສູນສອບເສັງ ແບ່ງເປັນ 137 ຫ້ອງ ມີນັກສອບເສັງທັງໝົດ 2.848 ຄົນ ຍິງ 1.317 ຄົນ ສະເລ່ຍ 18-23 ຄົນຕໍ່ຫ້ອງ, ມີ 5 ວິຊາສອບເສັງຄື: ພາສາລາວ+ວັນນະຄະດີ, ຄະນິດສາດ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ແລະ ວິຊາ ພາສາອັງກິດ. ຈະເລີ່ມການສອບເສັງໃນວັນທີ 28 – 30 ກໍລະກົດ 2021.

About admins16