ບໍລິຄຳໄຊ ຫວນຄືນມູນເຊື້ອ ວັນຄູແຫ່ງຊາດ ຄົບຮອບ 26 ປີ

ພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 ) ແລະ ວັນປະກາດເອກະລາ 12 ຕຸລາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຜູ້ບໍລິຫານການສຶກສາ, ຄູອາຈານ, ພະນັກງານ, ທະຫານ-ຕຳຫຼວດ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຮັບຟັງ.

ທ່ານປະທານ ໄດ້ຍົກໃຫ້ເຫັນວ່າ: ປະເທດລາວຂອງເຮົາໃນຊຸມປີ 1905 ຄົນລາວທີ່ໄດ້ເຂົ້າໂຮງຮຽນແມ່ນໜ້ອຍທີ່ສຸດ, ໃນນັ້ນໄດ້ມີຜູ້ໜຶ່ງຊື່ວ່າ ທ້າວ ຄຳ ໄດ້ຮຽນຮອດຫ້ອງທີ I ຫຼື ຈົບ ປ.6 ໄດ້ເຂົ້າຮ່ວມຝຶກອົບຮົມຄູເປັນຄົນທຳອິດຂອງລາວ, ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ທ້າວ ຄຳ ໄດ້ເຂົ້າຮັບລາຊະການເປັນຄູສອນ ຢູ່ນະຄອນຫຼວງວຽງຈັນ, ໃນເວລານັ້ນປະເທດຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ ປະຊາຊົນລາວຕົກເປັນຂ້ອຍຂ້າມ້າໃຊ້ ຝຣັ່ງເອີ້ນວ່າ “ ກູລີ ” ເຮັດໃຫ້ປະຊາຊົນມີຄວາມທຸກທໍລະມານ ບໍ່ມີອິດສາລະພາບ ຍ້ອນຕົກເປັນຂ້າທາດຂອງພວກເຂົາ ຍ້ອນເຫດຜົນນັ້ນ ນາຍຄູຄຳ ຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມຂະບວນການນຳພາປະຊາຊົນລາວລຸກຮື້ຂຶ້ນ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ. ປະຫວັດສາດຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຜ່ານໄລຍະອັນຍືດເຍື້ອຍາວນານ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ຈົນເຮັດໃຫ້ປະເທດລາວໄດ້ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງໄດ້ເປັນເງື່ອນໄຂອັນສະດວກໃນການພັດທະນາການສຶກສາຂອງລາວ ການພັດທະນາຖັນແຖວຄູ-ອາຈານໄດ້ເພີ່ມຂຶ້ນ ແລະ ຄູ-ອາຈານ ຈຳນວນເຫຼົ່ານັ້ນ ລ້ວນແຕ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້, ຄວາມສາມາດ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດ ແຫ່ງການພັດທະນາປະເທດຊາດແຕ່ລະສະໄໝ, ຈົນເຖີງປະຈຸບັນນີ້ ປະເທດຊາດຂອງພວກເຮົາ ໄດ້ມີນັກວິຊາການ, ນາຍທະຫານ, ນາຍຕຳຫຼວດ, ນັກການເມືອງ ແລະ ນັກທຸລະກິດຈຳນວນບໍ່ໜ້ອຍ ລ້ວນແຕ່ມີຄວາມຮູ້ຈາກຄູສອນ, ປະເທດຊາດມີການພັດທະນາເທົ່າໃດ ກໍ່ຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກ ເຖິງບຸນຄຸນອັນລ້ຳເລີດຂອງຄູ-ອາຈານຫຼາຍຂຶ້ນເທົ່ານັ້ນ, ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານໃນທົ່ວສັງຄົມ ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ເດືອນ ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ.

ທ່ານເຈົ້າແຂວງ ຍັງໄດ້ຫວນຄືນມູນເຊື້ອອັນພິລະອາດຫານ ໃນຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານການຮຸກຮານຂອງຕ່າງດ້າວ ໂດຍພາຍໃຕ້ການນໍາພາຂອງນັກວິລະຊົນ, ວິລະບູລຸດ ຜູ້ເກັ່ງກ້າ ໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ນັບແຕ່ປີ 1930 ແລະ ນັບແຕ່ມື້ໄດ້ສ້າງຕັ້ງອົງຄະນະພັກແຄ້ວນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ ຈົນສາມາດປະກາດເອກະລາດຕໍ່ຊາວໂລກໃນວັນທີ 12 ຕຸລາ 1945 ແລະ ຕະຫຼອດໄລຍະນັບແຕ່ປີ 1945 ພັກໄດ້ສືບຕໍ່ນໍາພາການຕໍ່ສູ້ຢ່າງພິລະອາດຫານ, ທໍລະຫົດອົດທົນ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975.

ຕອນທ້າຍຂອງພິທີ ທ່ານເຈົ້າແຂວງ ກໍ່ໄດ້ມອບກະຕ່າຂອງຂວັນແກ່ໃຫ້ຄູ-ອາຈານ ຕາງໜ້າຮັບໂດຍທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ. ພ້ອມນີ້ ພາກສ່ວນຕ່າງໆ ທັງພາກລັດ, ລັດວິສາຫະກິດ ຍັງໄດ້ມອບອຸປະກອນການຮຽນ-ການສອນ ແລະ ເງິນຈຳນວນໜຶ່ງ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອນຳໄປຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ຊ່ວຍເຫຼືອໃຫ້ນັກຮຽນຢູ່ເຂດພູດອຍຫ່າງໄກສອກຫຼີກ.

About admins16