2 ບໍລິສັດ ລົງນາມໃນບົດບັນທຶກຮ່ວມທຸລະກິດ ດ້ານອຸດສະຫະກຳ ແລະ ກະສິກຳ ຢູ່ບໍລິຄຳໄຊ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມທຸລະກິດ ລະຫວ່າງບໍລິສັດ ລາວຟູດ ຈຳກັດ ແລະ ບໍລິສັດລາວຟາມຮາວສ໌ ຈຳກັດ ໄດ້ຈັດຂື້ນໃນວັນທີ 5 ຕຸລາ 2020 ຢູ່ຫ້ອງປະຊຸມສະໂມສອນປົກຄອງແຂວງ ລົງນາມເຊັນຝ່າຍບໍລິສັດ ລາວຟູດ ໂດຍທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດ ເມືອງລາວສະໜອງສະບຽງອາຫານຈຳກັດຜູ້ດຽວ ແລະ ຝ່າຍບໍລິສັດ ລາວຟາມຮາວສ໌ ລົງນາມໂດຍ ທ່ານ ຊິມເຊີງກູ່ ປະທານບໍລິສັດ ລາວຟາມຮາວສ໌ ຈຳກັດຜູ້ດຽວ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ລົງນາມເຊັນຮັບຮູ້ການຮ່ວມມືລະຫວ່າງ 2 ບໍລິສັດດັ່ງກ່າວ ໂດຍຊ້ອງໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ປະກອບການທຸລະກິດເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງລົງນາມເຊັນບົດບັນທຶກຮ່ວມກັນໃນຄັ້ງນີ້ ກໍ່ເພື່ອຢັ້ງຢືນໄວ້ເປັນຫຼັກຖານໃນການດຳເນີນການທັງສອງຝ່າຍ ໃຫ້ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ ແລະ ລະບຽບກົດໝາຍຂອງ ສປປ ລາວ ທີ່ໄດ້ກຳນົດໄວ້, ຄາດໝາຍທີ່ 2 ບໍລິສັດຄູ່ຮ່ວມພັດທະນາ ຈະມາດໍາເນີນທຸລະກິດຢູ່ແຂວງບໍລິຄຳໄຊ ປະກອບມີ: ການນຳເຂົ້າ ແລະ ຈຳໜ່າຍກົນຈັກກະສິກຳມືສອງ ຈາກປະເທດເກົາຫຼີໃຕ້, ການສ້າງຕັ້ງໂຮງງານປະກອບກົນຈັກກະສິກຳຂອງເກົາຫຼີໃຕ້, ສ້າງຕັ້ງໂຮງງານປະກອບ ແລະ ຈຳໜ່າຍລົດຈັກໄຟຟ້າ, ການຜະລິດ ແລະ ສະໜອງສິນຄ້າກະສິກໍາ ພາຍໃນ ສປປ ລາວ ຫຼັງຈາກສຶກສາຄວາມເປັນໄປໄດ້.

ໂອກາດທີ່ທັງສອງບໍລິສັດໄດ້ລົງນາມ ເຊັນບົດບັນທຶກຄູ່ຮ່ວມພັດທະນາໃນຄັ້ງນີ້ ທ່ານ ຮົງເຈິງໂອ ແຊມາອູນດົ່ງ ຍັງໄດ້ມອບເງິນຈຳນວນ 5.000 ໂດລ່າສະຫະລັດ ເພື່ອສົມທົບທຶນການສ້າງໂຮງຮຽນອະນຸບານ ບ້ານເວີນທາດ ເມືອງທ່າພະບາດ. ພ້ອມດຽວກັນນັ້ນ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດ ເມືອງລາວສະໜອງສະບຽງອາຫານ, ທ່ານ ຊິມເຊີງກູ່ ປະທານບໍລິສັດ ລາວຟາມຮາວສ໌ ແລະ ທ່ານ ບົວຄຳ ອິນທະພອນ ປະທານອິນທະພອນຈຳກັດຜູ້ດຽວ ໄດ້ນຳຄອມພິວເຕີ ໂນດບຸກຈຳນວນ 3 ເຄື່ອງ ລວມມູນຄ່າ 12.000.000 ກີບ ມາມອບໃຫ້ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເພື່ອເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ບໍລິຄຳໄຊຄັ້ງທີ VII ໂດຍການກ່າວຮັບຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບກຽດຕິຄຸນ ແລະ ໃບຊົມເຊີຍ ໃຫ້ແຕ່ລະພາກສ່ວນ ທີ່ມີຜົນງານດີເດັ່ນປະກອບສ່ວນຊຸກຍູ້ໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ.

About admins14