ບໍລິຄຳໄຊ ຫວນຄືນມູນເຊື້ອ 5 ວັນປະຫວັດສາດ

ພິທີປາຖະກະຖາວັນສ້າງຕັ້ງແນວລາວ ຄົບຮອບ 72 ປີ, ວັນສື່ມວນຊົນແຫ່ງຊາດ ແລະ ວັນການພິມຈຳໜ່າຍ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ, ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ ແລະ ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2022 ຢູ່ສະໂມສອນໃຫ່ຍຂອງແຂວງ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ພະແນກການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຫວນຄືນປະຫວັດແຫ່ງການກຳເນີດອົງການແນວລາວສ້າງຊາດ ຕັ້ງແຕ່ຕົ້ນສະຕະວັດທີ 19 ປະເທດລາວໄດ້ຖືກສັກດີນນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂື້ນ, ແຕ່ຄວາມບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ພວກລ່າເມືອງຂື້ນ, ປະຊາຊົນບັນດາເຜົ່າ ໄດ້ລຸກຂື້ນຕໍ່ສູ້ຕ້ານຝຣັ່ງຢ່າງເນື່ອງນິດລຽນຕິດ ເປັນຕົ້ນແມ່ນຂະບວນການຕໍ່ສູ້ຂອງປະຊາຊົນ ຢູ່ແຂວງສະຫວັນນະເຂດ ພາຍໃຕ້ການນຳພາຂອງພໍ່ກະດວດ (ປີ1901-1902), ອົງແກ້ວ-ອົົງກົມມະດໍາ (ປີ1902-1937) ແລະ ຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າມົ້ງ ຢູ່ທາງພາກເໜືອພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ (ປີ1918-1937), ຂະບວນການການຕໍ່ສູ້ອື່ນໆ ລ້ວນແຕ່ຖືກປາບປາມຍ້ອນຫຼາຍສາເຫດ, ໃນນັ້ນ ອັນຕົ້ນຕໍແມ່ນຍ້ອນ: ບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ, ຂະບວນການຕໍ່ສູ້ຕ່າງໆນັ້ນ ດໍາເນີນແບບກະແຈກກະຈາຍ ແລະ ເກີດຢູ່ທ້ອງຖີ່ນໃຜມັນ.

ຈົນມາຮອດເດືອນມັງກອນ ປີ 1950 ຈຶ່ງກໍ່ສ້າງຮາກຖານທີ່ໝັ້ນໃຫ້ຕິດລຽນ ຂະຫຍາຍກໍາລັງປະກອບອາວຸດເພື່ອດໍາເນີນການສູ້ຮົບ ປະສານສົມທົບກັບສະໜາມຮົບລວມ, ກໍ່ສ້າງ ແລະ ເປີດກວ້າງແນວໂຮມເອກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ ສາມາດເຕີບໃຫຍ່ຂະຫຍາຍຕົວເປັນຕົ້ນມາ ໂດຍໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະແນວລາວອິດສະຫຼະ, ໄລຍະແນວລາວຮັກຊາດ ແລະ ແນວລາວສ້າງຊາດ.

ມາເຖີງປັດຈຸບັນ ເປັນເວລາ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022) ຕະຫຼອດໄລຍະແຫ່ງການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ, ກໍ່ຄືໄລຍະ 47 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນລະບອບປະຊາທິປະໄຕ ປະຊາຊົນ ຍາມໃດກໍ່ຖືວຽກງານໂຄສະນາສືກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜື່ງ, ໃນນັ້ນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໂດຍເລີ່ມຈາກການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂື້ນມີໃບຂ່າວ, ໃບປິວ ແລະ ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັັບ ຮັບປະກັນການເປັນກະບອກສຽງຂອງພັກ – ລັດເປັນຢ່າງດີ ແລະ ຍັງສາມາດຮັກສາມູນເຊື້ອອັນດີງາມຂອງຕົນ ໃນການເປັນຜູ້ສະເໜີ, ແນະນໍາ, ນໍາພາຫາງສຽງ, ເປັນຂົວຕໍ່ໃຫ້ພັກ, ປະຊາຊົນ, ເປັນເວທີໃຫ້ມະຫາຊົນໃນການສະແດງຄໍາຄິດເຫັນທີ່ສ້າງສັນ.

ທ່ານປະທານ ຍັງໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ (15 ສິງຫາ 1991 – 15 ສິງຫາ 2022), ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ (15 ສິງຫາ 1982-15 ສິງຫາ 2022) ແລະ ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຕົ້ນກຳເນີດ, ນ້ຳໃຈພິລະອາດຫານ ຂອງພໍ່ແມ່ປະຊາຊົນລາວ ໃນການຕໍ້ສູ້ຕ້ານສັດຕູຜູ້ຮຸກຮານ, ຄວາມໝາຍຄວາມສຳຄັນຂອງແຕ່ລະວັນ, ຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ.

ໃນພິທີ ຍັງໄດ້ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງມີຜູ້ສະມັກໃຈຮ່ວມບໍລິຈາກເລືອດ ທັງໝົດ 23 ຄົນ.

About admins14