ປະເມີນຜົນໄລຍະຕົ້ນ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ຢູ່ແຂວງບໍລິຄຳໄຊ

ກອງປະຊຸມລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດການປະເມີນຜົນ ໄລຍະຕົ້ນ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ສິງຫາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາພະແນກການ, ຫົວໜ້າຫ້ອງການກະສິກຳເມືອງ 7 ຕົວເມືອງ, ຄະນະຮັບຜິດຊອບ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດການປະເມີນຜົນ ໄລຍະຕົ້ນ ຕາມດຳລັດ 348/ລບ ມາຮອດປະຈຸບັນ ການເກັບກຳຂໍ້ມູນ ເຂົ້າລະບົບອອນລາຍ ດ້ວຍການນໍາໃຊ້ແທັບເລັດ (TAPLET) ສາມາດສັງລວມລາຍງານໄດ້ດັ່ງນີ້: ການດຳເນີນການປະເມີນໄລຍະຕົ້ນ ປີ 2021 ໄດ້ປະເມີນຢູ່ 43 ພະແນການ ຂັ້ນແຂວງ, ສຳລັບເມືອງວຽງທອງ ການປະເມີນ ແມ່ນສໍາເລັດ 7 ເຂດ ຄື: ເຂດນາຊວງ, ເຂດຜາທອງ, ເຂດນາເມືອງ, ເຂດຈວນ, ເຂດຈອມທອງ, ເຂດທອງມີໄຊ, ປະຈຸບັນກຳລັງປະເມີນ ຢູ່ເຂດນໍ້າຢ້າງ, ມີ 18 ບ້ານ, 2.313ຄອບຄົວ, ເທົ່າກັບ 43,10%, ຍັງບໍ່ທັນໄດ້ປະເມີນ 16 ບ້ານ, ສຳເລັດການລົງປະເມີນ ຮອບທີ 2 ຢູ່ບ້ານນໍ້າງຢ້າງ, ສ່ວນເມືອງບໍລິຄັນແມ່ນກະກຽມປະເມີນ ແລະ ອີກ 5 ຕົວເມືອງຍັງບໍ່ໄດ້ປະເມີນ, ທົ່ວແຂວງ ຕາມການປະເມີນ ແມ່ນສໍາເລັດ 18 ບ້ານ, ເທົ່າກັບ 6,33%, ມີ 2.313 ຄອບຄົວ, ເທົ່າກັບ 4%.

ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດ – ຄຳເຫັນ ຢ່າງກົງໄປກົງມາ ເປັນຕົ້ນຄວາມຫຍຸ້ງຍາກໃນການດຳເນີນງານ, ດ້ານງົບປະມານ, ການສ້າງຄວາມຮັບຮູ້ເຂົ້າໃຈໃຫ້ປະຊາຊົນຕໍ່ວຽກງານດັ່ງກ່າວ ແລະ ດ້ານອື່ນໆ.

About admins16