ປະກາດສ້າງບ້ານນາສະຫວັນ ເປັນບ້ານປ້ອງກັນຄວາມສະຫງົບດີ

ພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານນາສະຫວັນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2022 ຢູ່ອາຣາມວັດຂອງບ້ານ ໂດຍການເປັນປະທານຂອງ ທ່ານ ມະນີວົງ ຈັນທະວົງສາ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຄະນະຮັບຜິດຊອບ, ອໍານາດການປົກຄອງບ້ານ-ນາຍບ້ານ, ກຳລັງປ້ອງກັນຄວາມສະຫງົບບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ, ຍົກໃຫ້ເຫັນສະພາບລວມ, ຈຸດພິເສດພາຍໃນບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ບ້ານນາສະຫວັນ ມີ 114 ຫຼັງຄາເຮືອນ, ມີ 163 ຄອບຄົວ, ຈໍານວນພົນ 687 ຄົນ, ຍິງ 338 ຄົນ, ປະຊາຊົນສ່ວນຫຼາຍ ແມ່ນປະກອບອາຊີບປູກຝັງ ແລະ ລ້ຽງສັດ, ສາມາດແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນໄປເທື່ອລະກ້າວ, ສາມາດສະເລ່ຍລາຍຮັບຂອງຄອບຄົວໄດ້ 15 ລ້ານກີບຕໍ່ປີ, ເຊີ່ງໄລຍະຜ່ານມາ ຄະນະພັກ, ການຈັດຕັ້ງບ້ານ ແມ່ນໄດ້ເພີ່ມທະວີນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ເຊື່ອມຊືມ ໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເຄົາລົບກົດໝາຍຂອງລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ.

ທ່ານ ມະນີວົງ ຈັນທະວົງສາ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງທ່ານໄດ້ຍົກໃຫ້ເຫັນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ທຸກຄົນມີສ່ວນຮ່ວມ, ເປັນວຽກງານຂອງທົ່ວປວງຊົນຮອບດ້ານ, ເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງ ບໍ່ໃຫ້ໄປຫຍຸ້ງກ່ຽວກັບສີ່ງເສບຕິດ, ບໍ່ມົ້ວສູມຫຼີ້ນການພະນັນ ແລະ ອື່ນໆ, ປະກອບອາຊີບທຳມາຫາກິນຖືກຕ້ອງຕາມລະບຽບກົດໝາຍ, ເກັບກໍາສະພາບຄົນເຂົ້າ – ອອກ, ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ້ອນ, ຕ້ອງເປັນເຈົ້າການລາຍງານການຈັດຕັ້ງຂັ້ນເທີງຮັບຊາບ ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ.

About admins14