ບໍລິຄຳໄຊ ຫວນຄືນມູນເຊື້ອ ວັນລັດຖະທຳມະນູນ ແລະ ວັນສ້າງຕັັ້ງສານປະຊາຊົນ

ພິທີປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2020 ຢູ່ສະໂມສອນໃຫ່ຍຂອງແຂວງ ໂດຍການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີການນຳຂອງແຂວງ, ນາຍ ແລະ ພົນທະຫານ-ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນ ຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ພາຍຫຼັງທີ່ປະເທດສາດໄດ້ຮັບການປົດປ່ອຍຢ່າງສົມບູນ ໄລຍະທຳອິດເປັນໄລຍະຮຳບາດແຜຈາກສົງຄາມ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ວຽກງານປອງດອງຊາດ, ຮອດປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ໄປສູ່ລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບໃນຂອບເຂດທົົ່ວປະເທດ, ສະນັັ້ນ ສະພາປະຊາຊົນສູງສຸດ ຊຸດທີ II ຈຶ່ງໄດ້ພິຈາລະນາ, ຮັບຮອງເອົາລັດຖະທຳມະນູນສະບັບທຳອິດ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ໃນຄັັ້ງວັນທີ 14 ສິງຫາ ປີ 1991 ແລະ ປະທານປະເທດໄດ້ອອກລັດຖະດຳລັດປະກາດໃຊ້ ໃນວັນທີ 15 ສິງຫາ ປີ 1991, ປະກອບມີ 10 ໝວດ, 80 ມາດຕາ. ເພື່ອຈັດຕັັ້ງຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຂອງພັກ ສະພາແຫ່ງຊາດ ຊຸດທີ V ໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນສະບັບປັບປຸງ ແລະ ຖືກປະກາດໃຊ້ ໃນວັນທີ 28 ພຶດສະພາ 2003, ປະກອບມີ 11 ໝວດ 98 ມາດຕາ ແລະ ເພື່ອຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນ ການປັບປຸງລະບົບອຳນາດແຫ່ງລັດ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີປະສິດທິພາບສູງ, ມີຄວາມເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່ ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນສະບັບປັບປຸງ ປີ 2015 ທີ່ປະກອບມີ 14 ໝວດ 119 ມາດຕາ.

ຫຼັງຈາກນັ້ນທ່ານປະທານຍັງໄດ້ຫວນຄືນມູນເຊື່ອວັນສ້າງຕັັ້ງສານປະຊາຊົນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 15 ສິງຫາ 1982 ຊຶ່ງເອີນວ່າ “ສານສູງສຸດ” ຕາມມະຕິຕົກລົງສະບັບເລກທີ 183/ສປສ ລົງວັນທີ 11 ມັງກອນ 1983 ພາຍຫຼັງທີ່ສານປະຊາຊົນໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ມີບົດບາດສຳຄັນໃນການພິຈາລະນາຕັດສິນຄະດີ ແນໃສ່ສຶກສາອົມຮົມພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງບັນດາເຜົົ່າ, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິກຳ, ກຳຈັດ ແລະ ສະກັດກັັ້ນການລະເມີດກົດໝາຍ.

ມາຮອດປະຈຸບັນ ໃນທົົ່ວປະເທດປະກອບດ້ວຍ: ສານປະຊາຊົນສູງສຸດ 1 ແຫ່ງ, ສານປະຊາຊົນພາກ 3 ແຫ່ງ, ສານປະຊາຊົນແຂວງ, ນະຄອນຫຼວງ 18 ແຫ່ງ ແລະ ສານປະຊາຊົນເຂດ 43 ແຫ່ງ ແລະ ສານທະຫານ 4 ແຫ່ງ.

ໃນພິທີ ຍັງໄດ້ມີກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໂດຍມີຜູ້ສະໝັກໃຈບໍລິຈາກເລືອດ ທັງໝົດ 25 ຄົນ, ຍິງ 6 ຄົນ. ສຳລັບຜູ້ທີ່ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້ ຍັງໄດ້ຮັບໃບຊົມເຊີຍຂອງທ່ານປະທານສະພາປະຊົນຊົນແຂວງ ເພື່ອເປັນການຍັ້ງຢືນຜົນງານຄວາມດີ ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ.

About admins16