ຄະນະບໍລິຫານງານຊາວໜຸ່ມແຂວງ ສ້າງຂະບວນການທາສີໂຮງໝໍທະຫານແຂວງ

ໃນວັນທີ 14 ສິງຫາ 2020  ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກ ສ້າງຂະບວນການທາສີໂຮງໝໍທະຫານແຂວງ.

ກິດຈະກຳໃນຄັ້ງນີ້ ເປັນການສົມທົບກັນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະຊາວໜຸ່ມຮາກຖານໂຮງໝໍແຂວງ, ກິດຈະກຳຫຼັກຂອງການອອກແຮງງານເທື່ອນີ້ ແມ່ນການຈັດມ້ຽນສະຖານທີ່, ຂູດສີທີ່ເຊື່ອມຄຸນນະພາບອອກ ຫຼັງຈາກນັ້ນກໍ່ທາສີໃໝ່. ສຳລັບອຸປະກອນ ຊາວໜຸ່ມຮາກຖານໂຮງໝໍແຂວງ ປະກອບສ່ວນຊື້ສີ  4 ຖັງ, ລູກກິ້ງ ແລະ ຟອຍທາສີ ແລະ ໂຮງໝໍທະຫານແຂວງ ປະກອບສ່ວນສີ 2 ຖັງ ລວມມູນຄ່າທັງໝົດ 1.700.000 ກີບ.

ຈຸດປະສົງໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆ ຂອງຊາດ-ຂອງພັກ ເປັນຕົ້ນແມ່ນວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນ ຄົບຮອບ 70 ປີ, ວັນລັດຖະທຳມະນູນ ຄົບຮອບ 29 ປີ, ວັນສ້າງຕັັ້ງສານປະຊາຊົນ ຄົບຮອບ 38 ປີ ແລະ ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ສະມາຊິກຊາວໜຸ່ມ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ,​ ການຊ່ວຍເຫຼືອສັງຄົມ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ.

 

About admins14