ພິທີປະກາດ 4 ບຸກ ຄຊປປລ ຮາກຖານ ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ່ 14 ສິງຫາ 2020 ຢູ່ຫ້ອງປະຊຸມໃຫຍ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດພິທິຮັບໃບຢັ້ງຢຶນຊາວໜຸ່ມ 4 ບຸກຂຶ້ນ ໂດຍການເປັນປະທານຂອງສະຫາຍ ບຸນທ່ຽງ ວົງສຸນາລາດ ເລຂາຊາວໜຸ່ມຮາກຖານພະແນກກະສິກຳ ແລະ ປ່າໄມ້ແຂວງ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີສະມາຊິກຊາວຈາກພະແນກການອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານ ເຂົ້າຮ່ວມ.

ໃນພິທີ ສະຫາຍ ບຸນທ່ຽງ ວົງສຸນາລາດ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2019 ວ່າ: ປະຈຸບັນ ຊາວໜຸ່ມຮາກຖານດັ່ງກ່າວມີຄະນະຊາວໜຸ່ມສະຫາຍ 5 ສະຫາຍ, ສະມາຊິກຊາວໜຸ່ມທັງໝົດ 126 ຍິງ 52 ສະຫາຍ, ພາຍໃຕ້ການຊິ້ນຳ ນຳພາຂອງຄະນະພັກ, ຄະນະພະແນກ, ຄະນະບໍລິຫານງານຊາວໜຸ່ມແຂວງ ຊາວໜຸ່ມຮາກຖານ ສາມາດຍາດໄດ້ຜົນງານຫລາຍດ້ານ ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖຶກຕ້ອງຕາມເງື່ອນໄຂມາດຖານ ທີ່ສູນກາງຊາວໜຸ່ມວາງອອກໂດຍຕິດພັນກັບໜ້າທີ່ວິຊາສະເພາະ, ເພື່ອເປັນການຢັ້ງຜົນງານທີ່ຄະນະຊາວໜຸ່ມແລະສະມາຊິກຊາວໜຸ່ມຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ມອບໃບຢັ້ງຢຶນ 4 ບຸກ ໃຫ້ແກ່ຮາກຖານດັ່ງກ່າວ ເປັນກຽດມອບໂດຍສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

About admins16