ນາຍບ້ານທົ່ວເມືອງປາກກະດິງ ຈະໄດ້ຮັບການເບີກຈ່າຍເງິນເດືອນ ໂດຍຜ່ານທະນາຄານເອເລັກໂທນິກຂອງຢູນີເທວ


ໃນຕອນເຊົ້າວັນທີ 12 ພະຈິກ 2020ນີ້ ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີເຊັນສັນຍາວ່າດ້ວຍການເບີກຈ່າຍເງິນເດືອນ ໂດຍຜ່ານທະນາຄານເອເລັກໂທນິກຂອງຢູນີເທວ ໃຫ້ນາຍບ້ານທົ່ວເມືອງປາກກະດິງ. ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນບໍລິສັດ-ຂັ້ນເມືອງ ແລະ ຄະນະບ້ານ 47 ບ້ານພາຍໃນເມືອງ ເຂົ້າຮ່ວມ.

    ໃນພິທີ ໄດ້ສະນຳສະເໜີໃຫ້ຄວາມຮູ້ກ່ຽວກັບທະນາຄານເອເລັກໂທນິກຂອງຢູນີເທວ(u-money)ເປັນທະນາຄານດີຈີຕ້ອນ ທີ່ທັນສະໄໝ ໂດຍໃຊ້ເຕັກໂນໂລຊີໃນການບໍລິການ, ມີຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພ, ຜູ້ໃຊ້ບໍລິການ ທະນາຄານເອເລັກໂທນິກ ຂອງຢູນີເທວ(u-money) ສາມາດຖອນເງິນໄດ້ຈາກຕົວແທນ(u-money)ທຸກສາຂາທົ່ວປະເທດ.

ບັນດາທ່ານທີ່ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນ ແລະ ຊັກຖາມຫຼາຍຢ່າງ ເພື່ອຄວາມເຂົ້າໃຈກະຈ່າງແຈ້ງ ແລະ ໄດ້ເຫັນດີເປັນເອກະພາບກັນໃນການນຳໃຊ້ທະນາຄານເອເລັກໂທນິກຂອງຢູນີເທວເບີກຈ່າຍເງີນເດືອນໃຫ້ນາຍບ້ານທົ່ວເມືອງປາກກະດິງ.

ດັ່ງນັ້ນ, ຈຶ່ງໄດ້ມີພິທີເຊັນສັນຍາວ່າດ້ວຍການເບີກຈ່າຍເງິນເດືອນໃຫ້ນາຍບ້ານ ລະຫວ່າງຫ້ອງການພາຍໃນ ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ບໍລິສັດສະຕາໂທລະຄົມ ສາຂາແຂວງບໍລິຄຳໄຊ ໃນນາມຕາງໜ້າບໍລິສັດສະຕາຟີນເທັກ ຈຳກັດຜູ້ດຽວ, ເຊີ່ງຕາມສັນຍາຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2021 ເປັນຕົ້ນໄປ.

About admin11