ບໍລິຄຳໄຊ ສ້າງກິດຈະກໍາຊົມເຊີຍວັນດິນບໍລິເວນນ້ຳໂລກ

ກິດຈະກໍາຊົມເຊີຍ ວັນດິນບໍລິເວນນໍ້າໂລກ 2 ກຸມພາ 2023 ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ຢູ່ຫ້ອງວ່າການເມືອງປາກຊັນ, ເຂົ້າຮ່ວມໂດຍ ທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ, ມີຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ, ພະແນກການ, ເມືອງ, ບ້ານ, ຄູ-ອາຈານ, ນ້ອງນັກຮຽນ ຈາກໂຮງຮຽນ ມສ ສີທ່ານາໄຊ, ມປ ປາກຊັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກິດຈະກໍາຄັ້ງນີ້ ໄດ້ຈັດຂຶ້ນໃນເວລາ 7 ໂມງ 30 ນາທີ, ໂດຍມີ 3 ກິດຈະກໍາ ຄື: ກິດຈະກຳອານາໄມຕາມເສັ້ນທາງ, ກິດຈະກໍາ ຖາມ-ຕອບ ຄໍາຖາມ ແລະ ກິດຈະກໍາແຕ້ມຮູບ ໃນຫົວຂໍ້ “ການຟື້ນຟູ ແລະ ປົກປັກຮັກສາ ດິນບໍລິເວນນ້ຳ”.

ໂອກາດນີ້ ໃນພິທີ ທ່ານ ສຸພາລັກ ໄຊຊະນະສີ ຍັງໄດ້ເຫັນເຫັນເຖິງ ຄວາມໝາຍຄວາມສໍາຄັນ ຂອງການຟື້ນຟູ, ປົກປັກຮັກສາ, ສຳຫຼວດ ແລະ ການຈັດການດິນບໍລິເວນນ້ຳ, ການຮັກສາລະບົບນິເວດ, ການສ້າງກິດຈະກຳປີ່ນອ້ອມຂອງໂຄງການ ໃຫ້ມີຄວາມຍືນຍົງ, ການປຸກລະດົມ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ວຽກງານອື່ນໆ.

ທັງນີ້ກໍ່ເພື່ອເຮັດໃຫ້ໂຄງການຄຸ້ມຄອງດິນບໍລິເວນນ້ຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດ ແລະ ໄດ້ຮັບໝາກຜົນສູງສຸດ, ໂດຍແຂວງບໍລິຄໍາໄຊ ໄດ້ກໍານົດເອົາບໍລິເວນນໍ້າຫ້ວຍປືງ ເຂົ້າໃນໂຄງການສ້າງຄວາມທົນທານ ຂອງປະຊາກອນໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນໍາໃຊ້ ທ່າແຮງຂອງລະບົບນິເວດໃນ ສປປ ລາວ.

About admins14