ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊື່ອມຊຶມເອກະສານຕ້ານການສໍ້ລາດບັງຫຼວງ

ພິທີເຜີຍແຜ່ເຊື່ອມຊຶມເອກະສານ ວຽກງານກວດກາ, ສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ເຂົ້າຮ່ວມ.

ທ່ານ ປອ ດວງຕາ ມໍລະຄາສຸກ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 022/ຄບພ, ລົງວັນທີ 13 ມັງກອນ 2017 ວ່າ: ການສໍ້ລາດບັງຫຼວງໃນປັດຈຸບັນ ແມ່ນສະແດງອອກຫຼາຍຮູບແບບ, ຫຼາຍລະດັບ, ອັນພົ້ນເດັ່ນ ແມ່ນການສວຍໃຊ້ອຳນາດໜ້າທີ່ ເພື່ອກົດໜ່ວງຖ່ວງດຶງ ຕໍ່ລອງຜົນປະໂຫຍດຈາກຜູ້ໃຊ້ບໍລິການຂອງການຈັດຕັ້ງພັກ – ລັດ, ນອກນັ້ນ ຍັງຈົງໃຈລະເມີດລະບຽບກົດໝາຍ ເພື່ອຫາຜົນປະໂຫຍດໃຫ້ຕົນເອງ.

ຍ້ອນແນວນັ້ນ ການສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຈຳເປັນພາວະວິໄສ ເປັນໜ້າທີ່ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງພັກ – ລັດ, ທຸກພາກສ່ວນ ຕ້ອງເປັນເຈົ້າການຈັດຕັ້ງນຳພາແກ້ໄຂຢ່າງຕັ້ງໜ້າ ເອົາໃຈໃສ່ ໃນການສຶກສາອົບຮົມທັດສະນະແນວຄິດ, ຄວາມຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍ, ຄວາມອັນຕະລາຍ ຂອງແນວຄິດເອກະຊົນ, ປະກົດການອາດຍາສິດ ແລະ ການສໍ້ລາດບັງຫຼວງ.

ເອົາໃຈໃສ່ຄົ້ນຄວ້າປັບປຸງກົນໄກ, ລະບອບ, ລະບຽບການຕ່າງໆ ທີ່ມີແລ້ວໃຫ້ຈະແຈ້ງ, ຮັດກຸມກວ່າເກົ່າ, ຄົ້ນຄວ້າວາງລະບອບ ລະບຽບການໃໝ່ທີ່ຈຳເປັນ ເປັນຕົ້ນ ແມ່ນລະບອບແບບແຜນວິທີເຮັດວຽກ, ການພົວພັນລະຫວ່າງພັກກັບມະຫາຊົນ, ຄະນະພັກ ກັບບັນດາອົງການອຳນາດລັດແຕ່ລະຂັ້ນ, ປະຕິບັດລະບອບການດາໍເນີນຊີວິດການເມືອງປະຈຳເດືອນ, ປະຈຳປີຂອງຄະນະພັກ ແລະ ພະນັກງານການນຳແຕ່ລະຂັ້ນໃຫ້ເຂັ້ມງວດເປັນປົກກະຕິ, ປັບປຸງລະບຽບການຄຸ້ມຄອງນຳໃຊ້ທີ່ດິນ, ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ປັບປຸງ ແລະ ເຂັ້ມງວດ ໃນການປະຕິບັດລະບຽບການປະມູນ, ການຈັດຊື້ – ຈັດຈ້າງ ແລະ ການກໍ່ສ້າງສ້ອມແປງດ້ວຍທຶນຂອງລັດໃຫ້ຮັດກຸມ, ຈະແຈ້ງ, ປັບປຸງລາຄາຫົວໜ່ວຍການກໍ່ສ້າງຕ່າງໆ ພ້ອມທັງມີມາດຕະການປະຕິບັດໃຫ້ເຂັ້ມງວດ, ເຄົາລົບ ແລະ ປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ ຕໍ່ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ປຶກສາຫາລືວຽກງານຢ່າງມີປະຊາທິປະໄຕ, ເພີ່ມທະວີຄວາມເປັນແບບຢ່າງທີ່ດີຂອງຜູ້ເປັນຫົວໜ້າ ໃນການນຳພາປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ດຳລົງຊີວິດມີຄວາມບໍລິສຸດສັດຊື່, ໂປ່ງໃສ, ປະຢັດ, ຕ້ານການຟຸມເຟືອຍ.

ສຳລັບການແກ້ໄຂຜູ້ທີ່ມີພຶດຕິກຳອາດຍາດສິດ ສໍ້ລາດບັງຫຼວງ ເມື່ອກວດກາພົບເຫັນ ພະນັກງານ, ສະມາຊິກພັກ ມີພຶດຕິກຳນີ້ ຈະແມ່ນຢູ່ໃນຖານະຕຳແໜ່ງໃດ ກໍ່ຕ້ອງໄດ້ຮັບການແກ້ໄຂຢ່າງເຂັ້ມງວດ, ເດັດຂາດ, ທັນການ ແລະ ສັກສິດ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ໂດຍນຳໃຊ້ມາດຕະການຕ່າງໆ ຕາມຄວາມເໝາະສົມ.

ພ້ອມນີ້ ຍັງໄດ້ເຜີຍແຜ່ບົດແນະນຳຂອງອົງການກວດກາລັດຖະບານ ກ່ຽວກັບການດຳນເນີນຄະດີການສໍ້ລາດບັງຫຼວງ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ແລະ ເຜີຍແຜ່ເອກະສານຄູ່ມືຕ້ານການສໍ້ລາດບັງຫຼວງ.

About admins16