ບໍລິຄຳໄຊ ສຸມໃສ່ພັດທະນາວຽກງານສື່ມວນຊົນ ແລະ ຫັນເປັນທັນສະໄໝ

ເພື່ອເຮັດໃຫ້ວຽກງານສື່ມວນຊົນ ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແຂວງບໍລິຄຳໄຊໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂ ແລະ ຍົກລະດັບວຽກງານດັ່ງກ່າວ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບຕົວຈິງ ໂດຍໄດ້ນຳໃຊພາຫະນະສື່ມວນຊົນທີ່ມີ ພ້ອມທັງຫັນມານໍາສື່ທີ່ທັນສະໄໝ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ ໃນທຸກສະຖານທີ່ ແລະ ທຸກເວລາ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 4 ສິງຫາ 2020 ນີ້ວ່າ:

ແຂວງບໍລິຄຳໄຊ ກ່ອນປີ 1990 ການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາຫນ່າຍ ແມ່ນຍັງປະຖົມປະຖານ ມີສະຖານີວິທະຍຸພຽງແຕ່ 2 ແຫ່ງ ຄື: ສະຖານີວິທະຍຸເອັບເອັມ ບໍລິສັດພັດທະນາເຂດພູດອຍ ຢູ່ເມືອງຄຳເກີດ ແລະ ສະຖານນີວິທະຍຸຂອງກອງທັບ ຕັ້ງຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ກໍາລັງສົ່ງພຽງ 100 ວັດເທົ່ານັ້ນ, ລາຍການອອກອາກາດ 2-3 ຊົ່ວໂມງຕໍ່ວັນ, ເປັນລາຍການຖ່າຍທອດຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ມີລາຍການແຈ້ງຂ່າວປະຊາສໍາພັນຈໍານວນໜຶ່ງ, ສ່ວນການເຄື່ອນໄຫວເກັບກໍາຂ່າວ ແລະ ຂຽນຂ່າວ ແມ່ນຍັງຈໍາກັດຫຼາຍດ້ານ, ການສົ່ງຂ່າວໃຫ້ສື່ຂອງສູນກາງແມ່ນລາຍງານຜ່ານໂທລະສັບ ແລະ ສົ່ງທາງໂທລະສານ(ແຟັກ) ການຕອບ ສະຫນອງຂໍ້ມູນຂ່າວສານຍັງບໍ່ທັນກວ້າງຂວາງ, ພາຍຫຼັງປີ 1990 ເປັນຕົ້ນມາ ວຽກງານສື່ມວນຊົນໄດ້ຮັບການປັບປຸງ ທາງດ້ານການຈັດຕັ້ງ, ດ້ານປະລິມານ ແລະ ຄຸນນະພາບ ໄດ້ສ້າງລະບົບໂທລະໂຄ່ງຢູ່ເມືອງປາກຊັນ ໃນລະດັບໃຫຍ່ ແລະ ທັນສະໄໝສົມຄວນ, ໄດ້ມີໜ່ວຍງານຂ່າວໜັງສືພິມ, ວິທະຍຸ, ໂທລະພາບ ໂດຍນໍາສົ່ງອອກຂ່າວຢູ່ສື່ສູນກາງເປັນຕົ້ນຕໍ່ ໃນໄລຍະນີ້ ໜ່ວຍງານໂຄສະນາຂ່າວສານ ໄດ້ມີການເຄື່ອນໄຫວຢ່າງແຂງແຮງ ໄດ້ລົງເກັບກໍາຂ່າວ ແລະ ສາຍວີດີໂອ ຕາມບ້ານຕ່າງໆໃນແຕ່ລະເມືອງ ເປັນຕົ້ນແມ່ນເມືອງທີ່ມີຊາຍແດນຕິດຈອດກັບເບື້ອງຕາເວັນຕົກ ຕິດພັນກັບຂະບວນຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ຮາກຖານ ແລະ ເຂດຫຍຸ້ງຍາກທຸລະກັນດານ.

ຮອດປີ 2000 ພັກ-ລັດ ກໍ່ຄືອໍານາດການປົກຄອງແຂວງໄດ້ຕັດສິນໃຈສູງ ນໍາໃຊ້ງົບປະມານເກືອບ 3 ຕື້ກີບ ສ້າງຕັ້ງສະຖານີວິທະຍຸ-ໂທລະພາບຂອງແຂວງສໍາເລັດ ເພື່ອຕອບສະໜອງຂໍ້ມູນຂ່າວສານໃຫ້ກວ້າງຂວາງທົ່ວເຖິງກ່ວາເກົ່າ ໂດຍການສົມທົບກັບແຂວງ, ເມືອງ ແລະ ກະຊວງ ໄດ້ສ້າງຕັ້ງສະຖານີວິທະຍຸຂະໜາດນ້ອຍ ຢູ່ບັນດາເມືອງທີ່ມີເງື່ອນໄຂ ເຊິ່ງປະຈຸບັນ ທົ່ວແຂວງມີສະຖານີວິທະຍຸທັງຫມົດ 5 ແຫ່ງ, ສະຖານນີວິທະຍຸຂັ້ນເມືອງ 4 ແຫ່ງ ອອກອາກາດສະເລ່ຍ 4-8 ຊົ່ວໂມງຕໍ່ວັນ, ວິທະຍຸຂັ້ນແຂວງ 1 ແຫ່ງ ອອກອາກາດ 16 ຊົ່ວໂມງຕໍ່ວັນ ແລະ ສະຖານີໂທລະພາບ 1 ແຫ່ງ ອອກອາກາດ ສະເລ່ຍ 4-6 ຊົ່ວໂມງຕໍ່ວັນ. ຮອດປີ 2001 ກໍ່ໄດ້ສ້າງຕັ້ງວາລະສານບໍລິຄໍາໄຊ ຈັດພິມໄຕມາດລະ 1.000 ຫົວ, ປີ 2007 ສ້າງຕັ້ງໜັງສືພິມບໍລິຄໍາໄຊ ຈັດພິມເປັນລາຍສັບປະດາ 400 ສະບັບ ແລະ ປີ 2014 ໄດ້ສ້າງຕັ້ງເວບໄຊ-ສໍາເນົາຟີມ ຂອງແຂວງຂື້ນ ແລະ ໄດ້ມີການເຄື່ອນໄຫວ ເປັນປົກກະຕິຕໍ່ເນື່ອງມາເຖິງປະຈຸບັນ ແລະ ພາຫະນະສື່ມວນຊົນຂັ້ນຮາກຖານບ້ານ ທີ່ຂາດບໍ່ໄດ້ແມ່ນໂທລະໂຄ່ງ ເຊິ່ງໄດ້ນໍາໃຊ້ເກືອບ 100% ຂອງຈໍານວນບ້ານໃນທົ່ວແຂວງ.

ມາເຖິງປະຈຸບັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນເຜີຍແຜ່ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ມູນຂ່າວສານ-ສາລະຫນ້າຮູ້, ການບັນເທີງ ແລະ ອື່ນໆ ສື່ມວນຊົນ ແລະ ການພິມຈໍາຫນ່າຍຂອງແຂວງ ຍັງໄດ້ນໍາໃຊ້ເຄືອຂ່າຍອິນເຕີເນັດ ໂດຍໄດ້ສ້າງເປັນເຟດບຸກເພກຂອງວິທະຍຸ, ໂທລະພາບ, ໜັງສືພິມ ແລະ ເວບໄຊ ໃນການສະໜອງຂໍ້ມູນຂ່າວສານ, ບົດຂ່າວ-ຮູບພາບ ແລະ ມີທັງຖ່າຍທອດສົດລາຍການວິທະຍຸ ເພື່ອເຮັດໃຫ້ສາມາດເຜີຍແຜ່ນໍາເອົາຂໍ້ມູນຂ່າວສານ ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ, ທຸກສະຖານທີ່ ແລະ ທຸກເວລາ ຜ່ານການຈັດຕັ້ງປະຕິບັດຕົວຈິ່ງເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ.

About admins14