ພະນັກງານຫ້ອງກວດພະຍາດຄົບວົງຈອນ 115 ປາກຊັນ ຈະໄດ້ຮັບເງິນເດືອນຜ່ານ U-money ຂອງສະຕາໂທລະຄົມ

  ເພື່ອເປັນການສ້າງສີ່ງອຳນວຍຄວາມສະດວກ ແລະ ຫລີກລ້ຽງຄວາມສ່ຽງຈາກການໂຈລະກຳ, ການປຸ້ນຈີ້ ເຊິ່ງການຖືເງິນສົດຕິດໂຕໃນເວລາເດີນທາງ ໃນຍຸກປະຈຸບັນ ແມ່ນມີຄວາມສ່ຽງຫລາຍ, ມັນຈຳເປັນຕ້ອງໄດ້ມີກະເປົາເງິນ ທີີ່ຮັບປະກັນຄວາມປອດໄພ ແລະ ສະດວກໃນການຖອນ, ໂອນ, ຊຶ້ – ຂາຍ ແລະ ຊຳລະອຶ່ນໆ.

ຕອນບ່າຍ ວັນທີ 31 ກໍລະກົດ 2020 ຢູ່ທີ່ຫ້ອງກວດພະຍາດຄົບວົງຈອນ 115 ປາກຊັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາການເບີກຈ່າຍເງິນເດືອນໃຫ້ພະນັກງານຜ່ານລະບົບ ຢູມັນນິ (U-money ) ລະຫວ່າງ ບໍລິສັດ ສະຕາ ໂທລະຄົມ ຢູນິເທວ ສາຂາແຂວງບໍລິຄໍາໄຊ ກັບ ຫ້ອງກວດພະຍາດຄົບວົງຈອນ 115 ປາກຊັນ, ຝ່າຍບໍລິສັດ ສະຕາໂທລະຄົມ ເຊັນໂດຍທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການບໍລິສັດສະຕາ ໂທລະຄົມ ສາຂາ ແຂວງບໍລິຄໍາໄຊ ແລະ ທ່ານ ຟານວັນເຊີນ ຜູ້ອໍານວຍການ-ການເງິນ ຫ້ອງກວດພະຍາດຄົບວົງຈອນ 11 5 ປາກຊັນ, ມີພະນັກງານທັງ 02 ຝ່າຍເຂົ້າຮ່ວມເປັນສັນຂີພະຍານ.


ທ່ານ ນາງ ດາວວອນ ເພັດສານຸພົນ ກ່າວວ່າ: ຢູມັນນີ ຫຼື ກະເປົາເງິນ ຢູມັນນີ ແມ່ນຜະລິດຕະພັນຂອງບໍລິສັດ ສະຕາ ຟີນເທັກ ເຊີ່ງເປັນບໍລິສັດລູກຂອງ ບໍລິສັດສະຕາ ໂທລະຄົມ ຈໍາກັດ ( ຢູນິເທວ) ທີ່ໄດ້ເປີດດໍາເນີນການມາແຕ່ປີ 2018, ກະເປົາເງິນ ຢູມັນນີ ມີໜ້າທີ່ບໍລິການເຮັດທຸລະກໍາທາງການເງິນເທິງມືຖື ທີ່ເຮົາສາມາດໂອນເງິນ, ຖອນເງິນ, ຊໍາລະຄ່າບໍລິການ, ຊື້ເຄື່ອງ, ຊື້ຫວຍ ແລະ ບໍລິການອື່ນໆໄດ້, ເປັນລະບົບທີ່ສາມາດນໍາໃຊ້ໄດ້ກັບໂທລະສັບທຸກປະເພດ, ທຸກລຸ້ນ, ບໍ່ວ່າຈະເປັນລຸ້ນເກົ່າ, ລຸ້ນໃໝ່, ພຽງແຕ່ເຮົາມີ ແລະ ນໍາໃຊ້ເບີຂອງຢູນິເທວ ບໍ່ວ່າຈະເປັນເບີມືຖື ຫລື ຕັ້ງໂຕະບໍມີສາຍ ( 030 ).

ທ່ານ ກ່າວອີກວ່າ: ການເບີກຈ່າຍເງິນເດືອນໃຫ້ພະນັກງານແພດ, ໝໍ ແລະ ພະຍາບານຫ້ອງກວດພະຍາດຄົບວົງຈອນ 115 ປາກຊັນ ຜ່ານ U-money ກໍ່ເພື່ອໃຫ້ກ້າວເຂົ້າສູ່ລະບົບທີ່ທັນສະໄໝ, ປະຢັດເວລາ ແລະ ເພີ່ມປະສິດທິພາບໃນການດໍາລົງຊີວິດໃນຍຸກປະຈຸບັນໃຫ້ສູງຂຶ້ນ, ພ້ອມດຽວກັນນັ້ນ ການນໍາໃຊ້ກະເປົາເງິນ ຢູມັນນີ ແມ່ນຍັງຊ່ວຍຫຼຸດຜ່ອນຄວາມສ່ຽງໃນການເດີນທາງ, ການຖືກໂຈລະກໍາປຸ້ນຈີ້ ເພາະເປັນລະບົບທີ່ມີຄວາມປອດໄພສູງ, ມີຂໍ້ຄວາມແຈ້ງເຕືອນທຸກໆຄັ້ງທີ່ທ່ານເຄື່ອນໄຫວທຸລະກໍາ ແລະ ສາມາດຖອນເງິນໄດ້ຕະຫຼອດເວລາຢູ່ປ່ອງບໍລິການ ຢູນິເທວ, ຮ້ານຕົວແທນຢູມັນນີ ເຊີ່ງປະຈຸບັນທົ່ວແຂວງ ມີ 19 ປ່ອງບໍລິການໄວ້ອໍານວຍຄວາມສະດວກໃຫ້ການເຮັດທຸລະກໍາຂອງທ່ານສະດວກສະບາຍ, ວ່ອງໄວ ແລະ ທັນສະໄໝ ຫຼາຍຂື້ນ.

About admin11