ທ່ານເຈົ້າແຂວງ ລົງຊີ້ນໍາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງທ່າພະບາດ

ໃນວັນທີ 4 ສິງຫາ 2020 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ລົງຢ້ຽມຢາມ ແລະ ຊີ້ນໍາວຽກຢູ່ກອງບັນຊາການ ປກສ ເມືອງທ່າພະບາດ ແລະ ຢ້ຽມຢາມອ້າຍນ້ອງທະຫານຊາຍແດນ ໂດຍມີທ່ານ ເຈົ້າເມືອງທ່າພະບາດ, ຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກອງບັນຊາການທະຫານແຂວງ ເຂົ້າຮວ່ມ.

ການລົງຢ້ຽມຢາມໃນຄັ້ງນີ້ ທ່ານເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເມືອງທ່າພະບາດ ໂດຍສະເພາະແມ່ນສະພາບປາກົດການຫຍໍ້ທໍ້ຂອງເມືອງ, ການແກ້ໄຂ 4 ເຖື່ອນ ແລະ ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນຮາກຖານ ແລະ ວຽກງານອື່ນໆ ທີ່ເຫັນວ່າເມືອງທ່າພະບາດໄດ້ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ດັ່ງກ່າວ ໄດ້ເຮັດໃຫ້ເມືອງໄດ້ມີຄວາມສະຫງົບໜັກແໜ້ນໂດຍພື້ນຖານ.

ໃນຕອນທ້າຍ ທ່ານເຈົ້າແຂວງໄດ້ເນັ້ນໃຫ້ກໍາລັງປ້ອງກັນຄວາມສະຫງົບ ເມືອງທ່າພະບາດ ຈົ່ງເພີ່ມທະວີສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ, ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ ພ້ອມທັງໃກ້ຊິດຕິດແທດກັບຮາກຖານບໍ່ໃຫ້ຫ່າງເຫີນປະຊາຊົນ, ໃຫ້ຄໍາປຶກສາ – ແນະນໍາ, ຍົກສູງນໍ້າໃຈ ແລະ ຄວາມຮັບຜິດຊອບຕໍ່ອຸດົມການປ້ອງກັນຊາດ ປ້ອງກັນຄວາມສະຫງົບໂດຍສະເພາະກໍ່ແມ່ນການຮັກຫອມປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນເອງ.

ນອກນັ້ນ ທ່ານເຈົ້າແຂວງໄດ້ເນັ້ນໃຫ້ກໍາລັງ ປກສ ເມືອງຕ້ອງເພີ່ມທະວີດ້ານວຽກປ້ອງກັນຄວາມສະຫງົບ ແລະ ການແກ້ໄຂ 4 ເຖື່ອນ, ການແກ້ໄຂປາກົດການຫໍ້ຍທໍ້ຂອງສັງຄົມໃຫ້ມັນໜັກແໜ້ນ ແລະ ຂາດຕົວ, ພ້ອມທັງເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ປວງຊົນຢ່າງຮອບດ້ານ ໃນວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງຢ່າງເຂັ້ມແຂງ.

ຈາກນັ້ນທ່ານເຈົ້າແຂວງຍັງໄດ້ມອບເຄື່ອງໃຊ້ຫ້ອງການເປັນປະເພດຄອມພີວເຕີ ໃຫ້ກອງບັນຊາການ ປກສ ເມືອງ ແລະ ລົງຢ້ຽມຢາມອ້າຍນ້ອງກອງຮ້ອຍທະຫານຊາຍແດນ ທີ່ກໍາລັງເຮັດໜາ້ທີ່ປ້ອງກັນຊາຍແດນລຽບຕາມແຄມແມ່ນໍ້າຂອງ ພ້ອມມອບອຸປະກອນຫຼີ້ນກິລາ, ເຄື່ອງນຸ່ງ ແລະ ອາຫານແຫ້ງຈໍານວນໜື່ງ.

About admin11