ບໍລິຄຳໄຊ ສຳເລັດການປັກດຳນາແຊງ ແລະ ພວມສຸມໃສ່ຕ້ານອັກຄີໄພ

ທົ່ວແຂວງບໍລິຄຳໄຊ ສາມາດປະຕິບັດການຕົກກ້ານາແຊງໄດ້ທັງໝົດ 1.728 ເຮັກຕາ ແລະ ປູກພືດລະດູແລ້ງ ໄດ້ 4.946 ເຮັກຕາ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝ ທີ VII ທີ່ໄດ້ໄຂຂຶ້ນໃນວັນທີ 3 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ຕາມແຜນການຜະລິດເຂົ້ານາແຊງ ແມ່ນ 1.770 ເຮັກຕາ, ຜະລິດຕະພາບ 4,57 ໂຕນ/ເຮັກຕາ, ຜົນຜະລິດ 8,081 ໂຕນ, ສາມາດປະຕິບັດຕົວຈິງ ຄື: ການຕົກກ້າ ແລະ ກຽມດິນ ສຳເລັດ 100%, ເນື້ອທີ່ປູກ 1.821 ເຮັກຕາ, ເທົ່າກັບ 102,88% ຂອງແຜນການ ໃນນີ້ ມີນາດຳ 1.017 ເຮັກຕາ, ນາຫວ່ານ 804 ເຮັກຕາ, ແຕ່ການປັກດຳຖືກເສຍຫາຍຈາກພາຍຸໜາວ ຢູ່ເມຶອງຄຳເກີດ 93 ເຮັກຕາ, ລວມເນື້ອທີ່ຍັງເຫຼືອແມ່ນ 1.728 ເຮັກຕາ.

ການປູກຜຶດລະດູແລ້ງ ປະຕິບັດໄດ້ 4.946 ເຮັກຕາ, ເທົ່າກັບ 43,72% ຂອງແຜນການ ໃນນັ້ນ ມີພືດພົ້ນເດັ່ນແມ່ນສາລີຫວານ 347 ເຮັກຕາ, ສາລີອາຫານສັດ 227 ເຮັກຕາ, ເຜືອກ-ມັນ 347 ເຮັກຕາ, ໄມ້ໃຫ້ໝາກ 25 ຮຕ, ພືດຜັກ 2.301 ເຮັກຕາ, ອ້ອຍ 36 ເຮັກຕາ, ຢາສູບ 185 ເຮັກຕາ, ກ້ວຍ 48 ເຮັກຕາ, ໝາກນັດ 6 ເຮັກຕາ ແລະ ການປູກພືດອື່ນໆ 1.335 ເຮັກຕາ.

ນອກນັ້ນ ທ່ານຫົວໜ້າພະແນກກະສິກຳ – ປ່າໄມ້ ຍັງໄດ້ລາຍງານກ່ຽວກັບວຽກງານຄວບຄຸມການຖາງປ່າເຮັດໄຮ່ ແລະ ມາດຕະການປ້ອງກັນໄຟໄໝ້ລາມປ່າ ໂດຍໄດ້ສຸມໃສ່ລົງເຜີຍແຜ່ຄຳສັ່ງ, ແຈ້ງການ, ຂໍ້ຕົກລົງ, ລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງ ແລະ ໄດ້ປະສານສົມທົບກັບເຈົ້າໜ້າທີ່, ຄະນະຮັບຜິດຊອບສະກັດກັ້ນການຖາງປ່າເຮັດໄຮ່ ຢູ່ຂັ້ນເມືອງ, ພະນັກງານກອງກໍ່ສ້າງຮາກຖານຢູ່ແຕ່ລະເຂດ ລົງກວດກາລາດຕະເວນໃນເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ເພື່ອສະກັດກັ້ນການຖາງປ່າເຮັດໄຮ່ ແລະ ໄຟໄໝ້ລາມປ່າ ໄດ້ຈຳນວນ 177 ຄັ້ງ, ສາມາດຈັບຕົວຜູ້ບຸກລຸກ 3 ປະເພດປ່າ ໄດ້ 12 ຄົນ ໂດຍໄດ້ເອົາຜູ້ກະທຳຜິດເຂົ້າຄ້າຍດັດສ້າງ ຢູ່ກອງບັນຊາການ ປກສ ເມືອງ, ສຶກສາອົບຮົມ, ປັບໄໝ ແລະ ປ່ອຍຕົວ ຕາມທິດຊີ້ນຳຂັ້ນເມື້ອງ ແລະ ນອກຈາກນັ້ນ ໄດ້ປະຕິບັດລະບຽບວິໄນ ຕໍ່ປະຊາຊົນຜູ້ທີ່ບຸກລຸກ 3 ປະເພດປ່າໃນທົ່ວແຂວງ 439 ຄອບຄົວ, 439 ຕອນ, ເນື້ອທີ່ 225,96 ເຮັກຕາ.

About admins14