ລ້ຽງໝູພັນຊີ້ນຂາຍ ພາໃຫ້ມີລາຍຮັບ 3 ຕື້ກວ່າກີບຕໍ່ປີ

ເພື່ອຄວາມອຸດົມສົມບູນຂອງຄອບຄົວໃນສະພາບເສດຖະກິດປະຈຸບັນ ທຸກຄົນຕ້ອງໄດ້ບຸກບືນຊອກຫາແຫຼ່ງລາຍຮັບ ໃຫ້ແກ່ຄອບຄົວດ້ວຍເຫື່ອແຮງ ແລະ ສະຕິປັນຍາ ຕາມເງື່ອນໄຂສະພາບແວດລ້ອມຂອງແຕ່ລະຄອບຄົວ.

ປະຈຸບັນ ການລ້ຽງໝູ ກໍ່ເປັນອີກທາງເລືອກໜຶ່ງທີ່ເໝາະສົມ ສຳລັບຊາວກະສິກອນ ຫຼື ຊັ້ນຄົນຕ່າງໆເພື່ອຂາຍ ທັງພັດທະນາຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ຄືດັ່ງຄອບຄົວຂອງທ່ານ ຄຳບາງ ອອນມະນີ ປະຊາຊົນບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນວັນທີ 2 ກຸມພາ 2021 ນັບວ່າເປັນອີກຄອບຄົວໜຶ່ງທີ່ມີຄວາມບຸກບືນ, ດຸໝັ່ນ ຫ້າວຫັນ ດຳເນີນທຸລະກິດລ້ຽງໝູຈຳໜ່າຍ ດ້ວຍທຶນຕົນເອງ ຈົນສາມາດເຮັດໃຫ້ຄອບຄົວຮັ່ງມີ ທັງເປັນຊາວຜູ້ອອກແຮງງານຕົວແບບ.

ທ່ານ ຄຳບາງ ອອນມະນີ ໄດ້ເລົ່າວ່າ: ໄດ້ເລີ່ມຊື້ລູກໝູນ້ອຍມາລ້ຽງຂາຍແຕ່ປີ 2014 ໂດຍມີແຮງງານ ຕົ້ນຕໍ 2 ຄົນ ທຳອິດແມ່ນເຮັດຄອກໝູ 2 ຫຼັງ ມີ 26 ຫ້ອງ ບັນຈຸໝູໄດ້ 330 ໂຕ ແຕ່ກ່ອນ ແມ່ນນຳເຂົ້າຈາກປະເທດເພື່ອນບ້ານ ແຕ່ເຫັນວ່າພົບຄວາມຫຍຸ້ງຍາກຫຼາຍ ຈຶ່ງຫັນມານຳເຂົ້າຈາກແຂວງສະຫວັນນະເຂດ ເຊິ່ງໃນເບື້ອງຕົ້ນ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກຄວາມຮູ້ທາງດ້ານເຕັກນິກແມ່ນຍັງໜ້ອຍ, ພາຍຫຼັງທີ່ຂະແໜງການກ່ຽວຂ້ອງ ກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ-ແຂວງ ໄດ້ລົງມາຊຸກຍູ້ແນະນຳທາງດ້ານເຕັກນິກ ພ້ອມທັງເຂົ້າຮ່ວມໂຄງການຕ່າງໆ ແລະ ການຊອກຮູ້ຂອງຕົນເອງເປັນສ່ວນໜຶ່ງ ເຮັດໃຫ້ຕົນເອງເຂົ້າໃຈໄດ້ຫຼາຍຂຶ້ນ ແລະ ເຫັນວ່າມີລາຍຮັບທີ່ດີຂຶ້ນ ຕົນຈຶ່ງປຸກສ້າງຄອກໝູເພີ່ມອີກ 1 ຫຼັງ ສາມາດບັນຈຸໝູໄດ້ 400 ໂຕ ແລະ ຈ້າງພະນັກງານຊ່ວຍຕື່ມອີກ 5 ຄົນ ເພື່ອມາຊ່ວຍຕົນເອງໃນການໃຫ້ອາຫານ ແລະ ອະນາໄມຄອກໝູ ໂດຍການໃຫ້ຫົວອາຫານ ເຊົ້າ-ສວຍ-ແລງ ເປັນໄລຍະເວລາ 4 ເດືອນຈຶ່ງຂາຍອອກ,  ໂດຍນຳສົ່ງຕາມຕະຫຼາດໂພນສີ ເມືອງປາກກະດິງ ແລະ ໂຮງຂ້າສັດຕ່າງໆ ແລະ ປີໜຶ່ງສາມາດລ້ຽງໄດ້ 3 ງວດ ກຳໄລຈາກການຂາຍໝູທັງໝົດປະມານ 3 ຕື້ກວ່າກີບຕໍ່ປີ.

ທ່ານກ່າວອີກວ່າ: ປະຈຸບັນ ຍັງບໍ່ພຽງພໍຕໍ່ຄວາມຕ້ອງການຂອງຫຼາດ,  ການບົວລະບັດຮັກສາແມ່ນບໍ່ໄດ້ມີຄວາມຫຍຸ້ງຍາກແຕ່ຢ່າງໃດ ມີແຕ່ອະນາໄມຄອກ ແລະ ອາບນ້ຳໃຫ້ມື້ລະສອງຄັ້ງ ເຊົ້າ ແລະ ແລງ ເພາະໝູ ແມ່ນມັກອາກາດເຢັນຊຸ່ມຊື່ນ, ລາຍຮັບດັ່ງກ່າວ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຕົນເອງດີຂຶ້ນ ມີທຶນຮອນໃນການສ້າງເຮືອນ, ຊື້ລົດໃຫຍ່ໄດ້ 2 ຄັນ, ສ້າງພັດຕະຄານໄດ້ 1 ຫຼັງ, ສົ່ງລູກຮຽນ ແລະ ໃຊ້ຈ່າຍຊີວິດປະຈຳວັນ.

ທ່ານ ນາງ ຈັນເພັງ ອອນມະນີ ( ພັນລະຍາຂອງທ່ານ ຄຳບາງ ) ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ນອກຈາກລ້ຽງໝູພັນຊີ້ນຂາຍແລ້ວ ຕົນຍັງໄດ້ທົດລອງລ້ຽງພັນໝູປ່າຈຳນວນ 10 ກ່ວາໂຕ ແລະ ລ້ຽງງົວ 20 ກວ່າໂຕ, ນອກນັ້ນ ຍັງມີແຜນສ້າງຄອກໝູຕື່ມອີກ 1 ຫຼັງໃຫ້ບັນຈຸໝູໄດ້ 100 ໂຕ ພ້ອມທັງລ້ຽງພໍ່ພັນ-ແມ່ພັນໝູເອງ ຈຳນວນ 100 ໂຕ ເພື່ອເປັນການຫຼຸດຜ່ອນຕົ້ນທຶນໃນການນຳເຂົ້າລູກໝູ ແລະ ໃຫ້ໄດ້ຜົນກຳໄລຫຼາຍກວ່າເກົ່າ.

ອາດເວົ້າໄດ້ວ່າ ຊີວິດຄອບຄົວຂອງຕົນເອງ ມາຮອດໄລຍະນີ້ ກັບແຕ່ກ່ອນ ແມ່ນຖານະແຕກຕ່າງກັນຫຼາຍ ປະຈຸບັນ ມີແຫຼ່ງລາຍຮັບທີ່ໝັ້ນຄົງ ຍ້ອນຕົນເອງມີຄວາມດຸໝັ່ນຂະຫຍັນພຽນ ມີຄວາມເຊື່ອໝັ້ນຕໍ່ການນຳພັກ-ລັດ ສ້າງໃຫ້ຕົນເອງ ເປັນແບບຢ່າງທີ່ດີໃຫ້ກັບມະຫາຊົນ ບໍ່ວ່າຈະເປັນຄວາມຮັບຜິດຊອບທາງໜ້າທີ່ວຽກງານ ກໍ່ຄືການດຳລົງຊີວິດຄອບຄົວ ແລະ ສັງຄົມອ້ອມຂ້າງ ຍິນດີທີ່ຈະບອກຕໍ່ບົດຮຽນທີ່ຕົນເອງໄດ້ນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ ຈົນປະສົບຜົນສຳເລັດໃນທຸກມື້ນີ້.

About admins16