ຜົນສຳເລັດ ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝ ທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝ ທີ VII ໄດ້ໄຂຂຶ້ນໃນວັນທີ 3 ກຸມພາ ແລະ ໄດ້ອັດລົງຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກຸມພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝ, ຜ່ານຮ່າງບົດຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 16 ສະໄໝທີ VI ອົງຄະນະພັກແຂວງ, ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021 ແລະ ການປ້ອງກັນ, ຄວບຄຸມ, ສະກັດກັ້ນການລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສະພາບພົ້ນເດັ່ນກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນຂອງບັນດາເມືອງ.

ກອງປະຊຸມ ໄດ້ເປັນເອກະພາບຮັບຮອງເອົາຜົນສໍາເລັດການຈັດຕັ້ງປະຕິບັດມະຕິ ຄັ້ງທີ 16, ເປັນເອກະພາບກັນສືບຕໍ່ການເສີມຂະຫຍາຍຜົນສຳເລັດ ແລະ ປັບປຸງແກ້ໄຂຈຸດອ່ອນ-ຄົງຄ້າງ ໃນໄລຍະຜ່ານມາ, ກະກຽມຄວາມພ້ອມຮັບໃຊ້ໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາປະຊາຊົນ ສ້າງເງື່ອນໄຂໃຫ້ທຸກຂະບວນການຂັ້ນຕ່າງໆ ໄດ້ມີຄວາມພ້ອມ ແລະ ເປັນຂະບວນການຟົດຟື້ນ, ປຸກລະດົມຂົນຂວາຍໃຫ້ປະຊາຊົນ ອອກມາໃຊ້ສິດປະຊາທິປະໄຕຂອງຕົນໃຫ້ເຕັມສ່ວນ ແນ່ໃສ່ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ໃຫ້ໄດ້ 300%

ພ້ອມນີ້ ຍັງຈະໄດ້ສືບຕໍ່ປະຕິບັດແນວທາງຕ່າງປະເທດຂອງພັກ ໂດຍຍຶດໝັ້ນ ແລະ ປະຕິບັດແນວທາງການຕ່າງປະເທດ ບົນຫຼັກການຂອງພັກ, ຍາດແຍ່ງການຊ່ວຍເຫຼືອ ເພື່ອການພັດທະນາ ພິເສດ ສ້າງການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ, ປະຕິບັດລາຍຈ່າຍຕາມລະບຽບການຢ່າງເຂັ້ມງວດ ພ້ອມທັງສະກັດກັ້ນ ແລະ ຕ້ານການຮົ່ວໄຫຼ, ຮີບຮ້ອນແກ້ໄຂຂອດບໍລິການທີ່ຊັກຊ້າ ແລະ ບໍ່ໂປ່ງໃສ, ສືບຕໍ່ລຶບລ້າງຄອບຄົວທຸກຍາກ ຕາມມາດຖານດໍາລັດ 348/ລບ ໃຫ້ໄດ້ 790 ຄອບຄົວ ໃນປີ 2021 ສ້າງຄອບຄົວ ແລະ ບ້ານພັດທະນາ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້, ເອົາໃຈໃສ່ຄຸ້ມຄອງນໍາໃຊ້ສະຖານີວິທະຍຸ-ໂທລະພາບ ແລະ ສື່ຕ່າງໆ ໃຫ້ສາມາດຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ໃຫ້ເປັນປົກກະຕິ, ຕິດຕາມ ກວດກາ ບັນດາສະຖານທີ່ບັນເທີງ, ຮ້ານອາຫານ, ໂຮງແຮມ, ເຮືອນພັກ ໃຫ້ຖືກຕ້ອງຕາມລະບຽບການ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ ແລະ 16/ຂບຊ, ສືບຕໍ່ຄົ້ນຄວ້າ ແກ້ໄຂ ຄໍາຮ້ອງ-ຄໍາສະເໜີ ທີ່ແກ້ໄຂບໍ່ທັນສໍາເລັດ, ສືບຕໍ່ຈັດຕັ້ງຜັນຂະຫຍາຍ 7 ແຜນງານ, 28 ໂຄງການ, ດໍາເນີນການຮຽນ-ການສອນລະບົບທິດສະດີການເມືອງ-ການປົກຄອງຊັ້ນກາງ ໃຫ້ສໍາເລັດຕາມໂຄງການຫຼັກສູດ, ເປີດຝືກອົບຮົມ 45 ວັນ ແລະ ຈັດຝຶກອົບຮົມເລຂາພັກບ້ານ-ນາຍບ້ານ.

About admins16